spot_img
Homeຂ່າວພາຍ​ໃນປກສ ເມືອງປາກງື່ມ ຈັບໄດ້ໝົດແກ້ງ ພ້ອມຢາບ້າ 11.632 ເມັດ

ປກສ ເມືອງປາກງື່ມ ຈັບໄດ້ໝົດແກ້ງ ພ້ອມຢາບ້າ 11.632 ເມັດ

Published on

ໃນວັນທີ 27-28 ມິຖຸນາ 2022 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດກອງບັນຊາການ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ສາມາດຈັບກຸ່ມເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 5 ຄົນ ພ້ອມຂອງກາງຢາບ້າ 11.632 ເມັດ.

ພັທ ສິງຄຳ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ເມືອງປາກງື່ມ ໃຫ້ຮູ້ວ່າ: ພາຍຫຼັງສືບຮູ້ວ່າມີການເຄື່ອນໄຫວຊື້-ຂາຍຢາເສບຕິດ ຈຶ່ງມອບໃຫ້ເຈົ້າໜ້າທີ່ວິຊາສະເພາະ ລົງແກ້ໄຂວັນທີ 27 ມິຖຸນາ, ສາມາດຈັບຕົວໄດ້ແກ່:

  1. ທ້າວ ກຽງຄຳ ອາຍຸ 45 ປີ ພ້ອມຂອງການຢາບ້າ 4.405 ເມັດ
  2. ທ້າວ ສຸກທະວີ ຫຼື ແຫຼ້ ອາຍຸ 36 ປີ ພ້ອມຂອງການຢາບ້າ 405 ເມັດ
  3. ທ້າວ ນິຄົມ ອາຍຸ 33 ປີ ພ້ອມຂອງການຢາບ້າ 27 ເມັດ
  4. ທ້າວ ບົວວັນ ຫຼື ແຫຼ້  ອາຍຸ 33 ປີ
  5. ທ້າວ ເຢຍຊົງ ອາຍຸ 30 ປີ ພ້ອມຂອງການຢາບ້າ 6.795 ເມັດ

ຜ່ານການສືບສວນ ທັງໝົດນີ້ ແມ່ນໄດ້ຂາຍຢາເສບຕິດ ແລະ ມີການກະທຳຜິດຄົບ 4 ອົງປະກອບຂອງການກະທຳຜິດທາງອາຍາ ທີ່ແຕະຕ້ອງຕໍ່ສະຖຽນລະພາບທາງເສດຖະກິດຂອງຊາດ ແລະ ສາຍພົວພັນສັງຄົມ. ເຈົ້າໜ້າທີ່ຈຶ່ງໄດ້ເກັບກຳຂໍ້ມູນ ແລະ ສະຫຼຸບສົ່ງໄອຍະການສັ່ງຟ້ອງສານຕັດສິນຕາມກົດໝາຍ.

ຂ່າວ-ພາບ​: ຄວາມ​ສະ​ຫງົບ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...