spot_img
Homeຂ່າວຕ່າງປະເທດບັນດາກຸ່ມຜູ້ປະທ້ວງສີລັງກາບຸກເຂົ້າທຳນຽບປະທານາທິບໍດີ

ບັນດາກຸ່ມຜູ້ປະທ້ວງສີລັງກາບຸກເຂົ້າທຳນຽບປະທານາທິບໍດີ

Published on

ບັນດາຜູ້ປະທ້ວງໃນສີລັງກາ ຍັງພາກັນຊຸມນຸມກັນໃນທຳນຽບປະທານາທິບໍດີ ແລະ ທຳນຽບນາຍົກລັດຖະມົນຕີ, ພວກເຂົາໄດ້ລະບຸວ່າ ຈະບໍ່ໄປໃສ ຈົນກວ່າປະທານາທິບໍດີ ແລະ ນາຍົກລັດຖະມົນຕີ ຈະລາອອກຈາກຕະແໜ່ງ.

 

ໃນວັນທີ 10 ກໍລະກົດ ທີ່ຜ່ານມານີ້, ອ້າງອີງຈາກ ບີບີຊີ ລາຍງານວ່າ: ກຸ່ມຜູ້ປະທ້ວງຍັງຊຸມນຸມກັນໃນທຳນຽບປະທານາທິບໍດີ ໃນກຸງໂຄລົມໂບ, ໂດຍມີປະຊາຊົນພາກັນເຂົ້າມາທ່ຽວຊົມຫ້ອງຕ່າງໆ ຫຼາຍຄົນກໍຖ່າຍຮູບກັບສິ່ງຂອງຕ່າງໆທັງພາຍໃນ-ພາຍນອກທຳນຽບ, ພາກັນຫຼິ້ນອຸປະກອນຕ່າງໆ, ລອຍນ້ຳໃນສະລອຍນ້ຳ ແລະ ນອນຫຼິ້ນຢູ່ເທິງຕຽງ.

ໂດຍຜູ້ປະທ້ວງໄດ້ບຸກເຂົ້າມາທຳນຽບປະທານາທິບໍດີ ແລະ ທຳນຽບນາຍົກລັດຖະມົນຕີ ຕັ້ງແຕ່ວັນທີ 9 ກໍລະກົດ ທີ່ຜ່ານມາ ເນື່ອງຈາກຄວາມບໍ່ພໍໃຈໃນສະພາບເສດຖະກິດ ທີ່ລັດຖະບານປ່ອຍໃຫ້ປະຊາຊົນປະເຊີນກັບວິກິດຄັ້ງທີ່ຮຸນແຮງທີ່ສຸດໃນຮອບ 70 ປີ ທັງມີພາວະຂາດແຄນພະລັງງານເຊື້ອໄຟ, ກາສ ແລະ ອາຫານ ຈຶ່ງເຮັດໃຫ້ປະຊາຊົນອອກມາປະທ້ວງໃນຫຼາຍເດືອນທີ່ຜ່ານມາ.

ບົດຄວາມຫຼ້າສຸດ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...