Homeຂ່າວການພັດທະນາຄັງເງິນແຫ່ງຊາດ ຮ່ວມມືກັບທະນາຄານ ຈີນ ໃຫ້ບໍລິການຮັບຊຳລະການມອບພັນທະເຂົ້າບັນຊີງົບປະມານແຫ່ງລັດ

ຄັງເງິນແຫ່ງຊາດ ຮ່ວມມືກັບທະນາຄານ ຈີນ ໃຫ້ບໍລິການຮັບຊຳລະການມອບພັນທະເຂົ້າບັນຊີງົບປະມານແຫ່ງລັດ

Published on

ອີງຕາມມການລາຍງານຂອງສຳນັກຂ່າວປະເທດລາວໃຫ້ຮູ້ວ່າ, ຄັງເງິນແຫ່ງຊາດ ກະຊວງການເງິນ ກັບ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະ ຄອນຫລວງວຽງຈັນ (ICBC) ໄດ້ຕົກລົງຮ່ວມມືການໃຫ້ບໍລິການຮັບຊຳລະການມອບພັນທະຕ່າງໆ ເຂົ້າບັນຊີງົບປະມານແຫ່ງລັດ. ເປັນການເພີ່ມທະວີການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ, ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນພັດທະນາຂະແໜງການເງິນເປັນດິຈິຕອນ ກໍຄືແຜນພັດທະນາການຫັນວຽກງານຄັງເງິນ ເປັນທັນສະໄໝແຕ່ປີ 2021-2025.

ໃນວັນທີ 8 ກໍລະກົດ 2022 ໄດ້ມີພິທີເຊັນສັນຍາ ລະຫວ່າງທ່ານນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ ແລະ ທ່ານ ຊຸນເຟິ່ງເຫລີຍ ຜູ້ອຳນວຍການໃຫຍ່ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫລວງວຽງຈັນ, ໃຫ້ກຽດເປັນສັກຄີພະຍານໂດຍ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດ ຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະກົມ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ການໃຫ້ບໍລິການຮັບຊຳລະ ການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດຂອງ ICBC ເປັນການພັດ ທະນາການເຊື່ອມຕໍ່ໂດຍກົງລະຫວ່າງ ລະບົບການຮັບຊຳ ລະພັນທະຂອງທະນາຄານ ແລະ ລະບົບຄຸ້ມຄອງຂໍ້ມູນຂ່າວສານຄັງເງິນ (ລະບົບ RTIS) ແລະ ລະບົບ TAXRIS ຂອງກົມສ່ວຍສາອາກອນ.

ສຳລັບການເປີດໃຫ້ບໍລິການ ຮັບຊຳລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດຂອງ ICBC ເບື້ອງຕົ້ນແມ່ນຈະເປີດໃຫ້ບໍລິການ ຮັບຊຳລະຜ່ານຊ່ອງທາງປ່ອງບໍລິການຂອງ ICBC, ເຊິ່ງຈະເລີ່ມຈັດຕັ້ງປະຕິບັດ ຕັ້ງແຕ່ວັນທີ 11 ກໍລະກົດ 2022 ເປັນຕົ້ນໄປ. ນອກຈາກການໃຫ້ບໍລິການຮັບຊຳລະຜ່ານຊ່ອງທາງປ່ອງບໍລິການຂອງ ICBC ແລ້ວ, ICBC ກໍຍັງສຶບຕໍ່ພັດທະນາການຊຳລະພັນ ທະອາກອນຜ່ານຊ່ອງທາງ E-banking ແລະ ສືບຕໍ່ພັດທະ ນາປັບປຸງລະບົບການຊຳລະ ຮ່ວມກັບຄັງເງິນແຫ່ງຊາດ ແລະ ກົມສ່ວຍສາອາກອນໃນຂັ້ນຕອນຕໍ່ໄປ.

ໃນໂອກາດດັ່ງກ່າວ, ທະນາຄານ ICBC ສາຂານະຄອນ ຫລວງວຽງຈັນ ຍັງໄດ້ປະຕິບັດການມອບພັນທະອາກອນກຳໄລ 6 ເດືອນຕົ້ນປີ 2022 ຈຳນວນ 77,39 ຕື້ກີບ.

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ

ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung...

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...