spot_img
Homeຂ່າວພາຍ​ໃນເຈົ້າແຂວງຈຳປາສັກ ຕ້ອນຮັບປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ

ເຈົ້າແຂວງຈຳປາສັກ ຕ້ອນຮັບປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ

Published on

ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບ ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມຄະນະ ໃນໂອກາດທີ່ມາຕິດຕາມຊຸກຍູ້ວຽກງານຂອງສະຫະພັນແມ່ຍິງລາວ ທີ່ແຂວງຈຳປາສັກ ໃນວັນທີ 8 ກໍລະກົດ ນີ້ ທີ່ຫ້ອງວ່າການແຂວງ ຈຳປາສັກ.

ໃນໂອກາດນີ້, ທ່ານເຈົ້າແຂວງຈຳປາສັກ ໄດ້ສະແດງການຕ້ອນຮັບ ແລະ ຊົມເຊີຍມາຍັງສູນກາງສະຫະພັນແມ່ຍິງລາວ ທີ່ໄດ້ສຸມໃສ່ຊີ້ນຳແຂວງຈຳປາສັກ ແລະ ຖືເອົາວຽກງານ ພັດທະນາ ຍົກລະດັບຄວາມຮູ້ຄວາມສາມາດຂອງແມ່ຍິງ ເພື່ອຍົກສູງບົດບາດຂອງແມ່ຍິງລາວ ແນໃສ່ຮັບປະກັນເຮັດໃຫ້ການປະຕິບັດໜ້າທີ່ວຽກງານການເມືອງຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງມີຜົນສໍາເລັດໃໝ່ທີ່ດີກວ່າເກົ່າ.

ໃນໂອກາດດຽວກັນ, ທ່ານນາງ ອິນລາວັນ ແກ້ວບຸນພັນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ແຈ້ງຈຸດປະສົງ ໃນການຕິດຕາມຊຸກຍູ້ວຽກງານຂອງ ສະຫະພັນແມ່ຍິງລາວ ໂດຍສະເພາະພື້ນທີ່ຈະສ້າງສູນຝຶກອົບຮົມວິຊາຊີບ ໃຫ້ແກ່ຜູ້ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ, ພ້ອມນັ້ນ ທ່ານປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຍັງແຈ້ງໃຫ້ຊາບກ່ຽວກັບຜົນສຳເລັດຂອງການເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ ຂອງຄະນະສູນກາງສະຫະພັນແມ່ຍິງລາວ ໃນການຍົກສູງບົດບາດຂອງແມ່ຍິງລາວ ໃນວຽກງານການຮ່ວມມື ລາວ-ຫວຽດນາມຕື່ມອີກ.

ພ້ອມນັ້ນທ່ານເຈົ້າແຂວງຈຳປາສັກ ຍັງໄດ້ສະເໜີຕໍ່ທ່ານປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສືບຕໍ່ພັດທະນາຜະລິດຕະພັນ ທີ່ເປັນຜົນງານຂອງແມ່ຍິງລາວ ແຂວງຈຳປາສັກ ເພື່ອກ້າວສູ່ການຂໍຂຶ້ນທະບຽນ ຖິ່ນກຳເນີດສິນຄ້າຂອງແມ່ຍິງ ເພື່ອສ້າງມູນຄ່າເພີ່ມ ນຳອີກ.
ທີ່ມາ: ປະຊາຊົນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...