Homeຂ່າວເຫດການລາວຈະມີກົດໝາຍຄວບຄຸມເຄື່ອງດື່ມມີທາດເຫລົ້າ!

ລາວຈະມີກົດໝາຍຄວບຄຸມເຄື່ອງດື່ມມີທາດເຫລົ້າ!

Published on

images

 

ສປປ ລາວ ພວມຈະມີກົດໝາຍຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ, ເພື່ອແນ່ໃສ່ໃຫ້ການຜະລິດ, ການນຳເຂົ້າ, ການ

ຈຳໜ່າຍ, ການໂຄສະນາ, ພັນທະ ແລະ ການອຸປະຖຳຂອງຜູ້ຜະລິດ ໃຫ້ຢູ່ໃນຄວາມເໝາະສົມ ລວມເຖິງກຳນົດມາດຕະ

ການຕໍ່ຜູ້ລະເມີດ, ເພື່ອປົກປ້ອງສຸຂະພາບ, ຊີວິດ ແລະ ຊັບສີນຂອງພົນລະເມືອງ, ສິ່ງສຳຄັນແມ່ນຫລຸດຜ່ອນຜົນຮ້າຍ

ທີ່ເກີດຈາກການບໍລິໂພກເຄື່ອງດື່ມທີ່ມີທາດເຫລົ້າ, ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ແລະ ຟູມເຟືອຍຂອງສັງຄົມ.

 

ຕາມການໃຫ້ຮູ້ຈາກກຳມາທິການກົດໝາຍສະພາແຫ່ງຊາດວ່າ: ປັດຈຸບັນຮ່າງກົດໝາຍດັ່ງກ່າວ ພວມຢູ່ຂັ້ນຕອນປັບ

ປຸງຄືນບາງເນື້ອໃນ ຕາມຄຳເຫັນຂອງສະມາຊິກສະພາຢູ່ກອງປະຊຸມກະກຽມເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນ

ເທື່ອ 8 ຂອງສະພາແຫ່ງຊາດຊຸດທີ VII ທີ່ຈະໄຂຂຶ້ນໃນເດືອນທັນວາທີ່ຈະເຖິງນີ້, ເຊິ່ງຮ່າງກົດໝາຍດັ່ງກ່າວ ກໍຈະຖືກນຳ

ເຂົ້າສະເໜີຕໍ່ກອງປະຊຸມ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາຮັບຮອງໃນກອງປະຊຸມດັ່ງກ່າວ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...