Homeຂ່າວຕ່າງປະເທດກຳປູເຈຍ ໃຊ້ເງິນກວ່າ100 ລ້ານໂດລາສະຫະລັດ ຮັກສາລາຄາໄຟຟ້າປີນີ້

ກຳປູເຈຍ ໃຊ້ເງິນກວ່າ100 ລ້ານໂດລາສະຫະລັດ ຮັກສາລາຄາໄຟຟ້າປີນີ້

Published on

ອີງຕາມການລາຍງານສຳນັກ​ຂ່າວ​ ຊິນ​ຮວາ, ທ່ານ Hun Sen (ຮຸນ ເຊັນ) ນາຍົກລັດຖະມົນຕີ ກຳປູ​ເຈຍ ຈັດ​ສັນ​ເງິນອຸດ​ໜູນ​ ຫຼາຍ​ກວ່າ 100 ລ້ານ​ໂດ​ລາ​ ສະຫະລັດໃຫ້ການໄຟຟ້າ ກຳປູ​ເຈຍ ​ເພື່ອ​ຮັກສາລາຄາໄຟຟ້າ​ ​ໃຫ້​ຄົງ​ທີໃນ​ປີ​ນີ້ ​ເນື່ອງ​ຈາກລາຄາ​ໄຟຟ້າ ອາດ​ເພີ່ມ​ຂຶ້ນ 2​ ເທົ່າ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ປະຊາຊົນປະຢັດ​ໄຟຟ້າ ​ແລະ ຫັນ​ມາ ​ໃຊ້​ພາຫະນະ ​ໄຟຟ້າ ​ເພື່ອ​ຫລຸດ​ ການ​ໃຊ້​ ນ້ຳມັນ​ ເຊື້ອ​ໄຟ​ ​ແລະ ການ​ປ່ອຍ​ ມົນ​ລະ​ພິດ.

ທ່ານ Hun Sen ​ໄດ້​ເນັ້ນຄວາມ​ສຳຄັນ​ຂອງ​ເຂື່ອນ​ໄຟຟ້າ​ນ້ຳຕົກ ​ແລະ ​ໂຮງ​ໄຟຟ້າພະລັງງານ​ແສງຕາ​ເວັນ ​ເພື່ອ​ຊ່ວຍຈັດ​ສົ່ງ ​ໄຟຟ້າ ທີ່​ມີ​ສະຖຽນ ​ລະ​ພາບ ​ແລະ ຮັກສາ ​ຄ່າ​ໄຟຟ້າ​ ໃຫ້​ຄົງ​ທີ ທ່າມກາງ ​ວິ​ກິດ ພະລັງງານ​ໂລກ ​ໂດຍ​ຈີນ ​ເປັນ​ຜູ້​ ພັດທະນາ ​ເຂື່ອນ​ໄຟຟ້າ ​ນ້ຳຕົກ ຂະໜາດ​ໃຫຍ່ ​ໃນ​ກຳປູ​ເຈຍ ລວມທັງ ​ໂຮງ​ໄຟຟ້າ ​ຖ່ານ​ຫີນ ​ແລະ ​ໂຮງ​ໄຟຟ້າ​ ພະລັງງານ ​ແສງຕາ​ເວັນ ກວມ​ເອົາ ​ອັດຕາ​ສ່ວນ 65,7% ຂອງ​ພະລັງງານ ທັງ​ໝົດ​ ທີ່​ຜະລິດ ​ໃນ​ກຳປູ​ເຈຍ.

ສຳລັບລາຄາ​ ນ້ຳມັນ​ ແອັດ​ຊັງ​ທຳ​ມະ​ດາ ​ໃນ​ວັນ​ພຸດ​ທີ 6 ກໍລະກົດ​ທີ່ຜ່ານມາ​ຢູ່​ທີ່ 5.800 ຣຽວ(riel)ຕໍ່​ລິດ, ສ່ວນ​ລາຄາ​ ນ້ຳມັນ ​ກາ​ຊວນ​ ຢູ່​ທີ່ 6.200 ​ຣຽວ(riel)ຕໍ່​ລິດ ເພີ່ມ​ຂຶ້ນ 22% ​ແລະ 39% ​ ​ຕາມ​ລຳດັບ ເມື່ອ​ທຽບ​ໃສ່​​ ໄລຍະ​ ກາງ​ເດືອນ​ ກຸມ​ພາ​ ຜ່ານ​ມາ.

ຂໍ້ມູນ: ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...