spot_img
Homeຂ່າວທ້ອງຖິ່ນທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງເມືອງລ້ອງແຈ້ງ ແຂວງໄຊສົມບູນ

ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງເມືອງລ້ອງແຈ້ງ ແຂວງໄຊສົມບູນ

Published on

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຈາກກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງ ເມືອງລ້ອງແຈ້ງ, ແຂວງໄຊສົມບູນ ໃນຕອນເຊົ້າວັນທີ 1 ກໍລະກົດ ຜ່ານມານີ້ ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ມີທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງ, ການນຳ-ພະນັກງານຫຼັກແຫຼ່ງ ເມືອງລ້ອງແຈ້ງ ແລະ ພາກທຸລະກິດ ທີ່ມີສ່ວນຮ່ວມ ໃນການພັດທະນາແຂວງໄຊສົມບູນ ຈຳນວນໜຶ່ງ.

ໂອກາດນີ້ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງເມືອງລ້ອງແຈ້ງ ຈາກທ່ານ ອຸດອນ ສິງດາລາ ເຈົ້າເມືອງໆລ້ອງແຈ້ງ ໂດຍເຫັນໄດ້ສະພາບຈຸດພິເສດ, ທ່າແຮງພື້ນຖານ, ຂໍ້ຈຳກັດ ແລະ ສິ່ງທ້າທາຍຕ່າງໆ ໃນການພັດທະນາ, ລວມທັງ ທິດທາງແຜນວຽກຈຸດສຸມ ຂອງເມືອງ ໃນຕໍ່ໜ້າ.

ຊຶ່ງທົ່ວເມືອງລ້ອງແຈ້ງປະກອບມີ 10 ບ້ານ, ມີພົນລະເມືອງທັງໝົດ 8.000 ກວ່າຄົນ, ປະຊາຊົນສ່ວນໃຫຍ່ມີອາຊີບເຮັດກະສິກຳເປັນຫຼັກ ດ້ວຍເງື່ອນໄຂ ແລະ ທ່າແຮງຕ່າງໆ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແຂວງໄຊສົມບູນ ໄດ້ສຸມໃສ່ພັດທະນາເມືອງລ້ອງແຈ້ງ 3 ດ້ານ ຄື: ສຸມໃສ່ ສ້າງເມືອງລ້ອງແຈ້ງ ເປັນເມືອງປູກ-ເມືອງລ້ຽງ ເພື່ອສະໜອງສະບຽງອາຫານ ໃຫ້ບັນດາບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ຢູ່ພາຍໃນແຂວງໄຊສົມບູນ; ສຸມໃສ່ສ້າງເມືອງລ້ອງແຈ້ງ ເປັນເມືອງທ່ອງທ່ຽວ ທາງທຳມະຊາດ ແລະ ຮ່ອງຮອຍປະຫວັດສາດ ແບບອະນຸລັກ; ແລະ ສຸມໃສ່ສ້າງກຸ່ມບ້ານນ້ຳຜາ ໃຫ້ມີການພັດທະນາ ແລະ ມີສີສັນຕົວເມືອງ ປະກົດຂຶ້ນ.

ນອກຈາກນີ້ ຍັງໄດ້ຮັບຟັງການນຳສະເໜີແຜນ ໂຄງການພັດທະນາແຫຼ່ງທ່ອງທ່ຽວພູໝອກ-ພູຕະການ ແລະ ກິດຈະການທີ່ຕິດພັນ ຈາກຜູ້ຕາງໜ້າກຸ່ມບໍລິສັດ ລ້ອງແຈ້ງພັດທະນາ ຈຳກັດ.

ໃນໂອກາດດຽວນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນ ໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ຜູ້ເຂົ້າຮ່ວມ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ອົງການປົກຄອງແຂວງ, ອົງການປົກຄອງເມືອງ ຕ້ອງສືບຕໍ່ເປັນເຈົ້າການ ປົກປັກຮັກສາ ແລະ ສ້າງສາພັດທະນາ ວຽກງານຮອບດ້ານ ຂອງທ້ອງຖິ່ນຕົນ ບົນຈິດໃຈສູ້ຊົນເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງແຂວງ ໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງ ໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ຫຼີກລ່ຽງແນວຄິດເອື່ອຍອີງ; ໃຫ້ກະຊວງ-ອົງການທີ່ກ່ຽວຂ້ອງ ສົມທົບກັບແຂວງ ແລະ ເມືອງ ກວດກາ ແລະ ຄົ້ນຄວ້າປັບປຸງຄືນ ແຜນພັດທະນາດ້ານຕ່າງໆ ໃນວຽກງານສາຍຕັ້ງຂອງຕົນ ໃຫ້ສອດຄ່ອງກວ່າເກົ່າ ໂດຍສະເພາະ ຂະແໜງແຜນການ ແລະ ການລົງທຶນ, ໂຍທາທິການ ແລະ ຂົນສົ່ງ, ກະສິກຳ ແລະ ປ່າໄມ້, ພະລັງງານ ແລະ ບໍ່ແຮ່, ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ເພີ່ມສະຕິລະວັງຕົວ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບວຽກງານການຕ່າງປະເທດ ໂດຍສະເພາະ ປ້ອງກັນການສວຍໃຊ້ໂອກາດ ແລະ ຊ່ອງຫວ່າງຕ່າງໆ ເພື່ອສ້າງປະກົດການຫຍໍ້ທໍ້ ແລະ ກົດໜ່ວງຖ່ວງດຶງ ການພັດທະນາປະເທດຊາດ ກໍ່ຄືທ້ອງຖິ່ນຕ່າງໆ ພາຍໃນແຂວງໄຊສົມບູນ.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...