spot_img
Homeຂ່າວຕ່າງປະເທດປະທານປະເທດ ແຕ່ງຕັ້ງຜູ້ຕາງໜ້າພິເສດເຂົ້າຮ່ວມພິທີສາບານຕົນເຂົ້າຮັບຕຳແໜ່ງຂອງປະທານາທິບໍດີ ຟີລິບປິນ

ປະທານປະເທດ ແຕ່ງຕັ້ງຜູ້ຕາງໜ້າພິເສດເຂົ້າຮ່ວມພິທີສາບານຕົນເຂົ້າຮັບຕຳແໜ່ງຂອງປະທານາທິບໍດີ ຟີລິບປິນ

Published on

ໂດຍຕອບສະໜອງຕາມການເຊື້ອເຊີນຂອງລັດຖະບານ ແຫ່ງ ສາທາລະນະລັດ ຟີລິບປິນ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນຖານະຜູ້ຕາງໜ້າພິເສດ ທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມພິທີສາບານຕົນເຂົ້າຮັບຕຳແໜ່ງປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ຄົນທີ 17 ຂອງ ທ່ານ Ferdinand R. Marcos Jr, ໃນລະຫວ່າງວັນທີ 29 ມິຖຸນາ – 1 ກໍລະກົດ 2022 ທີ່ ນະຄອນຫຼວງມະນີລາ ປະເທດຟີລິບປິນ.

ໃນໂອກາດເດີນທາງເຂົ້າຮ່ວມຄັ້ງນີ້, ໃນວັນທີ 29 ມິຖຸນາ 2022 ທ່ານ ໂພໄຊ ໄຂຄຳພິທູນ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງ ຟີລິບປິນ ທ່ານ ນາງ Ma. Theresa P. Lazaro ທັງສອງຝ່າຍໄດ້ຕີລາຄາສູງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ອັນເປັນມູນເຊື້ອນັບແຕ່ສອງປະເທດໄດ້ສ້າງສາຍພົວພັນການທູດຮ່ວມກັນໃນວັນທີ 14 ມັງກອນ 1955 ຈົນເຖິງປັດຈຸບັນ. ພ້ອມນີ້ ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວຂ້ອງກັບການຮ່ວມມືໃນອະນາຄົດທາງດ້ານການເມືອງ, ເສດຖະກິດ ແລະ ການໄປມາຫາສູ່ ລະຫວ່າງ ລັດຖະບານ ກໍຄືປະຊາຊົນສອງຊາດ ເພື່ອໃຫ້ການຮ່ວມມືລະຫວ່າງສອງປະເທດນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.

ໃນວັນດຽວກັນ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ Sara Z. Duterte ຮອງປະທານາທິບໍດີ ທັງເປັນລັດຖະມົນຕີກະຊວງສຶກສາທິການຟີລິບປິນ ຊຶ່ງທ່ານໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທີ່ທ່ານ ນາງ Sara Z. Duterte ໄດ້ຖືກເລືອກຕັ້ງໃຫ້ເປັນຮອງປະທານາທິບໍດີຂອງຟີລິບປິນ. ທ່ານ ນາງ Sara ກໍໄດ້ສະແດງຄວາມຂອບໃຈຕໍ່ການເດີນທາງເຂົ້າຮ່ວມພິທີໃນຄັ້ງນີ້ ຂອງຄະນະຜູ້ແທນ ແຫ່ງ ສປປ ລາວ. ສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມກັນໃນການສົ່ງເສີມການຮ່ວມມືລະຫວ່າງສອງປະເທດທີ່ມີຢູ່ໃຫ້ໄດ້ຮັບການພັດທະນາ ແລະ ສຶກສາຄວາມເປັນໄປໄດ້ຂະແໜງການທີ່ມີທ່າແຮງໃນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອື່ນໆ.

ພາຍຫຼັງເຂົ້າຮ່ວມພິທີສາບານຕົນຢ່າງເປັນທາງການ, ໃນວັນທີ 1 ກໍລະກົດ 2022 ຄະນະຜູ້ແທນຈາກ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ Ferdinand R. Marcos Jr ປະທານາທິບໍດີ ຄົນໃໝ່ ຂອງຟີລິບປິນ. ໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ຝາກຄວາມຢື້ຢາມຖາມຂ່າວຈາກທ່ານປະທານປະເທດ ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖິງ ທ່ານປະທານາທິບໍດີຟີລິບປິນ ແລະ ຝາກຄວາມຊົມເຊີຍ ທີ່ທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ຄົນທີ 17 ຂອງ ຟີລິບປິນ. ສປປ ລາວ ພ້ອມທີ່ຈະເຮັດວຽກຮ່ວມກັບຟີລິບປິນ ເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງປະເທດທີ່ມີມາແລ້ວນັ້ນໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ຂໍ້ມູນ: ກະ​ຊວງ​ການ​ຕ່າງ​ປະ​ເທດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...