Homeຂ່າວຕ່າງປະເທດອິນໂດເນເຊຍປະສົບຄວາມສຳເລັດໃນການເຈລະຈາກັບຣັດເຊຍ

ອິນໂດເນເຊຍປະສົບຄວາມສຳເລັດໃນການເຈລະຈາກັບຣັດເຊຍ

Published on

ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີຂອງອິນໂດເນເຊຍ ມາຢ້ຽມຢາມທ່ານ ປູຕິນ ປະທານາທິບໍດີຂອງຣັດເຊຍ ໃນມື້ວານນີ້, ໄດ້ປະສົບຄວາມສຳເລັດໃນການເຈລະຈາຂໍ້ຕົກລົງກັບຣັດເຊຍໃນການອະນຸຍາດໃຫ້ເປີດເສັ້ນທາງເດີນເຮືອ ສຳລັບການສົ່ງອອກເຂົ້າສາລີຂອງຢູເຄຣນ.

ອ້າງອີງຈາກ Neikkei Asia ໄດ້ລາຍງານວ່າ: ໃນອາທິດນີ້ປະທານາທິບໍດີ ໂຈໂກ ວິໂດໂດ ທີ່ຮູ້ຈັກກັນໃນນາມ “ໂຈໂກວິ” ໄດ້ເດີນທາງໄປຢູເຄຣນ ແລະ ຣັດເຊຍ ເພື່ອພົບກັບຜູ້ນຳທັງ 2 ຝ່າຍ ໂດຍມີເປົ້າໝາຍເພື່ອຫຼຸດວິກິດອາຫານໃນທົ່ວໂລກ ເນື່ອງຈາກຜົນກະທົບຂອງຄວາມຂັດແຍ່ງລະຫວ່າງຢູເຄຣນ ແລະ ຣັດເຊຍ.

ທ່ານ ໂຈໂກວິ ກ່າວຂອບໃຈ ທ່ານ ປູຕິນ ໃນການຄ້ຳປະກັນຄວາມປອດໄພໃນການຂົນສົ່ງດ້ານສະບຽບອາຫານ ແລະ ຝຸ່ນປຸ໋ຍ ຈາກທັງຢູເຄຣນ ແລະ ຣັດເຊຍ.

ໂຈໂກວິ ໄດ້ສະໜັບສະໜູນໃນຄວາມພະຍາຍາມຂອງສະຫະປະຊາຊາດ ຫຼື ຢູເອັນ ໃນການຮວມປະເພດອາຫານ ແລະ ຝຸ່ນປຸ໋ຍ ຈາກ ຢູເຄຣນ ແລະ ຣັດເຊຍ ເຂົ້າສູ່ລະບົບການສະໜອງໃນທົ່ວໂລກ, ໃນນັ້ນມີການເປີດເສັ້ນທາງດຳເນີນ​ການ​ສົ່ງ​ອອກ​ເມັດ​ພືດ​ຂອງ​ຢູ​ແຄຣນ. ສະຫະ​ປະຊາ​ຊາດ​ ແລະ​ ຕວກກີ ​ຍັງ​ໄດ້​ເຈລະຈາ​ກັບທັງ​ສອງ​ປະ​ເທດ​ກ່ຽວ​ກັບ​ແຜນການ​ສະ​ເພາະ​ນີ້.

ທ່ານ ປູຕິນ ກ່າວ​ວ່າ ຣັດ​ເຊຍ​ບໍ່​ໄດ້​ສະກັດ​ກັ້ນ​ການ​ສົ່ງ​ອອກ​ສະບຽງ​ອາຫານ​, ແຕ່ຍ້ອນການ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ການ​​ຊ່ວຍ​ເຫຼືອດ້ານ​ການ​ທະຫານ​ໃຫ້​ແກ່ ຢູ​ເຄຣນ ​ເປັນ​ຕົ້ນ​ເຫດ​ຂອງ​ການ​ຕັດການສົ່ງ​ສິນ​ຄ້າ ແລະ ຍັງກ່າວຕື່ມອີກວ່າ ຣັດເຊຍ​ພ້ອມ​​ທີ່​ຈະ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ຂອງ​ບັນດາ​ຜູ້​ຜະລິດ​ກະສິກຳ​ຈາກ​ອິນ​ໂດ​ເນ​ເຊຍ ​ແລະ ບັນດາ​ປະ​ເທດ​ທີ່​ເປັນ​ພັນທະມິດ​ອື່ນໆ​ສຳລັບ​ໄນ​ໂຕຣ​ເຈນ, ຟົດ​ສະ​ເຟດ, ຝຸ່ນປຸ໋ຍ ​ແລະ ​ວັດຖຸ​ດິບ​ໃນ​ການ​ຜະລິດ​ ຂອງ​ພວກ​ເຂົາ​ເຈົ້າ.

ປະທານາທິບໍດີຂອງອິນໂດເນເຊຍກ່າວວ່າ ລາວເຕັມໃຈທີ່ຈະມີບົດບາດເປັນຕົວແທນຂອງສັນຕິພາບ ໃນຄວາມພະຍາຍາມແນໃສ່ການແກ້ໄຂການຢຸດຍິງລະຫວ່າງ 2 ຝ່າຍນີ້ ແລະ ຢາກເຫັນຄວາມຂັດແຍ່ງໃນຄັ້ງນີ້ສິດສຸດໄວໆ ເພື່ອຕ່ອງໂສ້ການສະໜອງອາຫານ, ຝຸ່ນປຸ໋ຍ ແລະ ພະລັງງານໄດ້ກັບຄືນມາສູ່ປົກກະຕິ.

ກ່ອນໜ້າທີ່ຈະມີສົງຄາມເກີດຂຶ້ນ, ຢູເຄຣນແມ່ນໜຶ່ງໃນບັນດາຂອງຜູ້ສະໜອງເຂົ້າສາລີລາຍໃຫຍ່ທີ່ສຸດຂອງອິນໂດເນເຊຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...