spot_img
Homeຂ່າວພາຍ​ໃນມ້າງແກ້ງລັກລົດຈັກລາຍໃຫຍ່ ເກັບກູ້ຄືນໄດ້ 12 ຄັນ

ມ້າງແກ້ງລັກລົດຈັກລາຍໃຫຍ່ ເກັບກູ້ຄືນໄດ້ 12 ຄັນ

Published on

ໃນວັນທີ 29 ມິຖຸນາ 2022, ພັທ ອິນປັນ ຫາດາວເຮືອງ ຮອງຫົວໜ້າ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ມອບລົດຈັກທີ່ເກັບ ກູ້ຄືນໄດ້ຈາກຄົນຮ້າຍລັກໄປຈຳນວນ 12 ຄັນ ມອບຄືນໃຫ້ເຈົ້າຂອງ, ຕາງໜ້າກ່າວຮັບໂດຍ ທ່ານ ບົວຄໍາ ຂັນທະວົງສາ ປະຊາຊົນບ້ານດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ທ່ານ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ ໃນຈຳນວນລົດດັ່ງກ່າວນີ້ແມ່ນ ພວກເຮົາໄດ້ນຳຊອກເລີ່ມແຕ່ເດືອນ ມັງກອນ 2022 ພາຍຫຼັງໄດ້ຮັບແຈ້ງຄວາມໃນວັນທີ 21 ມັງກອນ 2022 ໄດ້ຮັບແຈ້ງວ່າ: ມີເຫດການລັກຊັບພົນລະເມືອງ (ລັກລົດຈັກ) ZOOMER X ຢູ່ຮ້ານ K33 ຟິດເນັດສະຕູດີໂອ ຕັ້ງຢູ່ບ້ານໂພນສີນວນ ເມືອງສີສັດຕະນາກ, ພາຍຫຼັງໄດ້ຮັບແຈ້ງ ຈິ່ງສົມທົບ ປກສ ກຸ່ມເພຍວັດ, ປກສ ບ້ານໂພນສີນວນ ລົງກວດກາສະຖານທີ່ເກີດເຫດ ແລະ ສາມາດກຳນົດເປົ້າໝາຍກໍ່ການກະທຳຜິດ; ຈາກນັ້ນ ຈິ່ງໄດ້ຊອກຄົ້ນຫາໃຊ້ເວລາ 3 ເດືອນ ຈິ່ງຮູ້ໄດ້ຜູ້ກໍ່ເຫດ. ຕົກມາຮອດວັນທີ 29 ເມສາ 2022 ຈິ່ງເຂົ້າຈັບຕົວ ທ້າວ ບຸນທະວີ ອາຍຸ 26 ປີ ກໍາມະກອນ ຢູ່ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນວ ພ້ອມຂອງກາງລົດຈັກ ZOOMER X ສີດຳແດງ ໝາຍເລກທະບຽນ 4687 ກໍາແພງນະຄອນ .

ຜ່ານການສອບສວນ ທ້າວ ບຸນທະວີ ຮັບສາລະພາບວ່າ : ໄລຍະຜ່ານມາເຄີຍລັກລົດຈັກມາແລ້ວ 28 ຄັ້ງ ໂດຍຮ່ວມກັບໝູ່ອີກ 2 ຄົນ, ຫຼັງຈາກ ມີຂໍ້ມູນຈາກຜົນການສອບສວນ ມື້ຕໍ່ມາເຈົ້າໜ້າທີ່ ຈິ່ງໄດ້ຈັບຜູ້ຮ່ວມຂະບວນການ ຊື່ທ້າວ ລິດ ອາຍຸ 26 ປີ ກໍາມະກອນ ພັກເຊົາຢູ່ບ້ານ ຮ່ອງແກ ເມືອງໄຊເສດຖາ ນວ ມາທຳການສອບສວນ ແລະ ຮູ້ໄດ້ວ່າ ຜູ້ກ່ຽວເຄີຍລັກລົດຈັກມາແລ້ວ 11 ຄັ້ງ, ໃນນີ້ ຮ່ວມກັບທ້າວ ບຸນທະວີ 7 ຄັ້ງ ໄດ້ປະກາດຂາຍຜ່ານທາງເຟັດບຸກ ແລະ ໃຫ້ຄົນຮູ້ຈັກກັນ. ຮອດວັນທີ 18 ພຶດສະພາ 2022 ເຈົ້າໜ້າທີ່ ໄດ້ສືບຕໍ່ນໍາຈັບຜູ້ຕ້ອງສົງໄສຊື້ຂາຍຊັບຜິດກົດໝາຍ ຄືທ້າວ ເຄນຍືນ ອາຍຸ 27 ປີ ກໍາມະກອນ ບ້ານສະພານທອງໃຕ້ ເມືອງສີສັດຕະນາກ ແລະ ທ້າວ ຊັນດາ ອາຍຸ 23 ປີ ຢູ່ບ້ານຫົວຂົວ ເມືອງໄຊເສດຖາ ນວ.

ທັງສອງຮັບສາລະ ພາບວ່າ: ຜ່ານມາເຄີຍຮ່ວມກັນຮັບຊື້ລົດຈັກທີ່ໄດ້ ມາຈາກການລັກ 13 ຄັນ .ຫຼັງຈາກຊື້ມາແລ້ວໄດ້ສົ່ງຂາຍອອກຕ່າງແຂວງ ຕົກມາຮອດວັນທີ 18 ພຶດສະພາ 2022 ຈິ່ງຖືກເຈົ້າໜ້າຈັບຕົວມາດໍາເນີນຄະດີ.

ຕໍ່ກັບເຫດການດັ່ງກ່າວ ຮຽກຮອງມາຍັງ ພໍ່ແມ່ປະຊາຊົນ, ພະນັກງານ-ລັດຖະກອນທຸກຊັ້ນຄົນໃນສັງຄົມ ຈົ່ງໄດ້ມີສະຕິໃນການຈອດລົດ ແລະ ປົກປັກຮັກສາ ເພື່ອຫຼີກລ່ຽງການຕົກເປັນເປົ້າໝາຍຂອງກຸ່ມຄົນບໍ່ດີ.

ແຫຼ່ງຂ່າວຈາກ ປກສ ນະຄອນຫຼວງ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...