spot_img
Homeຂ່າວຕ່າງປະເທດຈີ 7 ຈະ​ລະດົມ​ທຶນ 600 ຕື້​ໂດ​ລາສະຫະລັດ ຊ່ວຍບັນດາປະເທດກຳລັງພັດທະນາ

ຈີ 7 ຈະ​ລະດົມ​ທຶນ 600 ຕື້​ໂດ​ລາສະຫະລັດ ຊ່ວຍບັນດາປະເທດກຳລັງພັດທະນາ

Published on

ອີງຕາມການລາຍງານຂ່າວ​ຈາກ ​ເຢຍລະ​ມັນ ໃນວັນ​ທີ 27 ​ມິຖຸນາ​ນີ້, ບັນດາ​ຜູ້ນຳ ​ກຸ່ມ​ຈີ 7 ​ໃຫ້​ຄຳ​ໝັ້ນສັນຍາ ຈະ​ລະດົມ​ທຶນ 600 ຕື້​ໂດ​ລາສະຫະລັດ ​ໃນ​ກອງ​ທຶນເອກະ​ຊົນ ​ແລະ ລັດຖະບານ​ໃນ​ໄລຍະ 5 ປີ​ຕໍ່ໜ້າ ​ເພື່ອ​ເປັນ​​ທຶນສະໜັບສະ​ໜູນ ​ພື້ນຖານ​ໂຄງ​ລ່າງທີ່​ຈຳ​ເປັນ​ໃນ​ປະ​ເທດ ພວມ​ພັດທະນາ ຫລັງ​ຈາກເລີ່​ມ​ໂຄງການການ​ຮ່ວມ​ມື ພື້ນຖານ​ໂຄງ​ລ່າງ ​ແລະ ການ​ລົງທຶນທົ່ວໂລກ (Partnership for Global Infrastructure and Investment) ​ໃນ​ກອງ​ປະຊຸມປະຈຳ​ປີ ​ຂອງ​ກຸ່ມ​ຈີ7 ທີ່​ຈັດ​ຂຶ້ນ​ຢູ່ ​ເຢຍລະ​ມັນ ​ເມື່ອ​ບໍ່​ດົນ​ມາ​ນີ້.

ໂດຍ​ທຶນ​ ຈຳນວນ ​ດັ່ງກ່າວ ທ່ານ ​ໂຈ​ໄບ​ເດັນ,ປະທານາທິບໍດີ ສ.ອາ​ເມ​ລິ​ກາ ຈະ​ມອບ​ທຶນ 200 ຕື້​ໂດ​ລາ​ ສະຫະລັດ ​​ເພື່ອ​ສະໜັບ ສະໜູນ ​ໂຄງການ​ຕ່າງ​ໆ ​ໃນ​ປະ​ເທດ ​ລາຍ​ໄດ້​ຕ່ຳ ​ແລະ ລາຍ​ໄດ້​ ປານ​ກາງ ​ແນ​ໃສ່​ ຮັບ​ມື​ກັບ ​ການ​ປ່ຽນ​​ແປງ ​ດິນ​ຟ້າ​ອາກາດ ລວມທັງ​ ດ້ານ​ສຸຂະພາບ,ການ​ເທົ່າ​ທຽມ ​ທາງ​​ເພດ ແລະ ພື້ນຖານ ໂຄງລ່າງ ລະບົບ ການຂົນສົ່ງ ທົ່ວໂລກ.

ຂໍ້ມູນ: ຂປລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...