spot_img
Homeຂ່າວຕ່າງປະເທດນະຄອນໂຮ່ຈິມິນ ວາງໂຄງການສ້າງຫ້ອງນ້ຳສາທາລະນະ ລະດັບ 5 ດາວ 100 ແຫ່ງທົ່ວເມືອງ!

ນະຄອນໂຮ່ຈິມິນ ວາງໂຄງການສ້າງຫ້ອງນ້ຳສາທາລະນະ ລະດັບ 5 ດາວ 100 ແຫ່ງທົ່ວເມືອງ!

Published on

557000013408801

 

ນະຄອນໂຮ່ຈິມິນ ອອກໂຄງການຂໍການສະໜັບສະໜູນການລົງທຶນຈາກພາກເອກະຊົນ ໃນການກໍ່ສ້າງຫ້ອງນ້ຳສາທາ

ລະນະ 4-5 ດາວ ຫລາຍກ່ວາ 100 ແຫ່ງທົ່ວເມືອງ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 11 ພະຈິກນີ້ວ່າ ອົງການປົກຄອງນະຄອນໂຮ່ຈິມິນ ສສ ຫວຽດນາມ ໄດ້ອະນຸ

ຍາດໃຫ້ສ້າງຫ້ອງນ້ຳສາທາລະນະ ມາດຕະຖານ 4 – 5 ດາວ ໃນພື້ນທີ່ສາທາລະນະຕ່າງໆ ເຊິ່ງລວມມີສວນສາທາລະນະ

ແລະ ບໍລິເວນປ້າຍລົດໂດຍສານທັງ 24 ເມືອງຂອງນະຄອນໂຮ່ຈິມິນ ໂດຍຫ້ອງນ້ຳເຫລົ່ານີ້ ຈະໃຊ້ແຫລ່ງທຶນຈາກພາກ

ເອກະຊົນ ແລະ ຈະຕ້ອງສ້າງໃຫ້ໄດ້ມາດຕະຖານ ລວມທັງສຸຂະອານາໄມຕ່າງໆ ທຽບເທົ່າກັບຫ້ອງນ້ຳຕາມໂຮງແຮມຫລູ

ລະດັບ 4 – 5 ດາວ.

 

ທັງນີ້ ເນື່ອງຈາກໃນໄລຍະຜ່ານມາ ທາງການນະຄອນໂຮ່ຈິມິນ ໄດ້ທົດລອງໃຫ້ມີການຈັດສ້າງຫ້ອງນ້ຳສາທາລະນະ 10

ແຫ່ງທຳອິດ ໂດຍນຳໃຊ້ທຶນສະໜັບສະໜູນຈາກທະນາຄານ Sacombank ເຊິ່ງຕັ້ງຢູ່ໃນເຂດໃຈກາງເທສະບານນະຄອນ

ໂຮ່ຈິມິນ ເຊິ່ງເປັນຫ້ອງນ້ຳທີ່ບໍ່ໄດ້ເກັບຄ່າບໍລິການ ໂດຍແມ່ນທາງທະນາຄານເປັນຜູ້ອອກຄ່າໃຊ້ຈ່າຍຕ່າງໆ ຕະຫລອດ

ຮອດຄ່າແຮງງານຂອງພະນັກງານ ທີ່ປະຈຳການຢູ່ຕາມຫ້ອງນ້ຳແຕ່ລະແຫ່ງ ເຊິ່ງຫ້ອງນ້ຳດັ່ງກ່າວນີ້ມີຂະໜາດ 60 ຕາ

ແມັດ ໂດຍແຕ່ລະແຫ່ງນັ້ນ ໃຊ້ທຶນໃນການກໍ່ສ້າງປະມານ 300 – 375 ລ້ານກີບ ພ້ອມທັງມີການຕິດຕັ້ງຕູ້ເອທີເອັມໄວ້

ບ່ອນລະສອງເຄື່ອງ.

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...