spot_img
Homeຂ່າວຕ່າງປະເທດສີລັງກາສັ່ງປິດໂຮງຮຽນ ແລະ ໃຫ້ພະນັກງານເຮັດວຽກຢູ່ເຮືອນເພື່ອຫຼຸດການນຳໃຊ້ນ້ຳມັນເຊື້ອໄຟ

ສີລັງກາສັ່ງປິດໂຮງຮຽນ ແລະ ໃຫ້ພະນັກງານເຮັດວຽກຢູ່ເຮືອນເພື່ອຫຼຸດການນຳໃຊ້ນ້ຳມັນເຊື້ອໄຟ

Published on

ໃນວັນຈັນນີ້ ທະຫານສີລັງກາໄດ້ມອບເຄື່ອງໝາຍເລກໃຫ້ແກ່ປະຊາຊົນ ເພື່ອຈະເຂົ້າໄປຊື້ນ້ຳມັນເຊື້ອໄຟ ໃນຂະນະທີ່ປະເທດຂາດແຄນນ້ຳມັນເຊື້ອໄຟຢ່າງຮຸນແຮງ ແລະ ຕໍ່ສູ້ກັບວິກິດການເສດຖະກິດທີ່ຮ້າຍແຮງທີ່ສຸດໃນຮອບ 7 ທົດສະວັດ, ແລ້ວໄດ້ສັ່ງປິດໂຮງຮຽນໃນເມືອງ ໂຄລົມໂບ ແລະ ໃຫ້ພະນັກງານເຮັດວຽກຢູ່ເຮືອນ.

ດ້ວຍ​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ທີ່​ຕ່ຳ​ເປັນ​ປະຫວັດ​ການ, ​ເກາະທີ່ມີ 22 ລ້ານ​ຄົນ​ ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຈ່າຍ​ຄ່າ​ນຳ​ເຂົ້າ​ອາຫານ, ຢາ​ປົວ​ພະຍາດ ​ແລະ ນ້ຳມັນ​ເຊື້ອ​ໄຟ​ ​ທີ່​ສຸດ.

ລັດຖະບານສີລັງກາໄດ້ແຈ້ງໃຫ້ພະນັກງານເຮັດວຽກຢູ່ບ້ານ ຈົນກວ່າຈະມີການແຈ້ງການອີກເທື່ອໜຶ່ງ ພ້ອມນັ້ນໂຮງຮຽນຕ່າງໆໃນນະຄອນຫຼວງໂຄລົມໂບ ແລະ ເຂດອ້ອມຂ້າງໄດ້ປິດລົງໃນເວລາໜຶ່ງອາທິດ.

ການຂົນສົ່ງສາທາລະນະ, ການຜະລິດພະລັງງານ ແລະ ການບໍລິການທາງການແພດ ຈະໄດ້ຮັບບູລິມະສິດໃນການຮັບນໍ້າມັນເຊື້ອໄຟ, ໂດຍມີບາງສ່ວນແບ່ງໃຫ້ກັບທ່າເຮືອ ແລະ ສະຫນາມບິນ.

ໜ່ວຍງານກອງທຶນການເງິນລະຫວ່າງປະເເທດ ຈະ​ໄປ​ຢ້ຽມ​ຢາມ​ສີ​ລັງ​ກາ ເພື່ອ​ເຈ​ລະ​ຈາ​ກ່ຽວ​ກັບ​ແຜນ​ການ​ຊ່ວຍ​ເຫຼືອ 3 ຕື້​ໂດ​ລາ. ​ເຖິງ​ແມ່ນ​ວ່າ​ປະ​ເທດ​​ອິນ​ເດຍຈະຫວັງວ່າ​​ຈະ​ບັນລຸ​ຂໍ້​ຕົກລົງ ​ລະດັບ​ພະນັກງານ​ກ່ອນ​ການ​ຢ້ຽມຢາມ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ພະຫັດ​ນີ້, ​ແຕ່​ບໍ່​ມີ​ທ່າ​ທີ​ທີ່​ຈະ​​ປ່ອຍ​ເງິນ​ທຶນ​ໃນ​ທັນທີ.

ແຫຼ່ງຂ່າວຈາກ ເອສບີເອສ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...