Homeຂ່າວຕ່າງປະເທດໂບໂກຮາຣາມ ລະເບີດຂ້າຕົວຕາຍໃສ່ໂຮງຮຽນໄນຈີເຣຍ ເສຍຊີວິດເດຍລະດາດ 48 ຄົນ!

ໂບໂກຮາຣາມ ລະເບີດຂ້າຕົວຕາຍໃສ່ໂຮງຮຽນໄນຈີເຣຍ ເສຍຊີວິດເດຍລະດາດ 48 ຄົນ!

Published on

EyWwB5WU57MYnKOuFI0ycNYoEOffjnqGcM923dsUPExd0Oz6lHnNzL

 

ກູ່ມກໍ່ການຮ້າຍໂບໂກຮາຣາມ ກໍ່ເຫດຈູ່ໂຈມດ້ວຍມືລະເບີດສະຫລະຊີບ ໃສ່ໂຮງຮຽນໄນຈີເຣຍ ນັກຮຽນເສຍຊີວິດ

ເດຍລະດາດ 48 ຄົນ ແລະ ບາດເຈັບກ່ວາ 70 ຄົນ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 11 ພະຈິກນີ້ວ່າ ເກີດເຫດລະເບີດຂ້າຕົວຕາຍໃນເຂດໂຮງຮຽນໂພຕິກຳ

ລັດໂຍເບ ປະເທດໄນຈີເຣຍ ສົ່ງຜົນໃຫ້ນັກຮຽນເສຍຊີວິດລວມ 48 ຄົນ ໂດຍຕຳຫລວດລະບຸວ່າ ເປັນການກະທຳຂອງ

ກຸ່ມກໍ່ການຮ້າຍໂບໂກຮາຣາມ ໂດຍຜູ້ວ່າການລັດໂຍເບ ໄດ້ສັ່ງປິດໂຮງຮຽນທຸກແຫ່ງທົ່ວລັດ ແລະ ໃນຂະນະດຽວກັນ

ໄດ້ວິພາກວິຈານການເຮັດວຽກຂອງລັດຖະບານ ທີ່ບໍ່ສາມາດຈັດການກັບກຸ່ມກໍ່ການຮ້າຍກຸ່ມນີ້ໄດ້ຢ່າງເດັດຂາດ

ພ້ອມທັງສະເໜີໃຫ້ແກ້ໄຂບັນຫາດັ່ງກ່າວ ເພື່ອຮຽກຄືນຄວາມເຊື່ອໝັ້ນຂອງປະຊາຊົນ ທີ່ກຳລັງຫລຸດລົງຢ່າງຕໍ່ເນື່ອງ

ຈາກສາເຫດຂອງຄວາມຮຸນແຮງທີ່ເກີດຂຶ້ນໃນປະເທດ ໂດຍສາເຫດຂອງການໂຈມຕີດັ່ງກ່າວນີ້ ແມ່ນເນື່ອງມາຈາກ

ກຸ່ມດັ່ງກ່າວບໍ່ຕ້ອງການໃຫ້ນັກຮຽນຍິງເຂົ້າຮັບການສຶກສາ ເພາະພວກເຂົາໃຫ້ທັດສະນະວ່າ ການສຶກສາແມ່ນເໝາະ

ສົມສຳລັບເດັກຜູ້ຊາຍເທົ່ານັ້ນ ເຊິ່ງສ່ວນໜຶ່ງຂອງແນວຄິດດັ່ງກ່າວນີ້ ແມ່ນຕ້ອງການສ້າງປະເທດໄນຈີເຣຍ ໃຫ້ກາຍ

ເປັນລັດອິດສະລາມ.

 

557000013375503

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...