Homeຂ່າວຕ່າງປະເທດໂຈ ໄບເດັນ ກຽມການຍົກເວັ້ນພາສີນ້ຳມັນ ແລະ ຫຼຸດພາສີນຳເຂົ້າສິນຄ້າຈາກຈີນ

ໂຈ ໄບເດັນ ກຽມການຍົກເວັ້ນພາສີນ້ຳມັນ ແລະ ຫຼຸດພາສີນຳເຂົ້າສິນຄ້າຈາກຈີນ

Published on

ທ່ານ ໂຈ ໄບເດັນ ປະທານາທິບໍດີສະຫະລັດອາເມຣິກາ ຢູ່ໃນການພິຈາລະນາຍົກເວັ້ນພາສີນ້ຳມັນຊົ່ວຄາວ ແລະ ພິຈາລະນາຫຼຸດພາສີນຳເຂົ້າສິນຄ້າບາງປະເພດຈາກຈີນ ເພື່ອຊ່ວຍຄົນອາເມຣິກາຮັບມືກັບພາວະເງິນເຟີ້ໃນປະເທດ.

ໃນວັນອາທິດ ທີ 19 ມິຖຸນາ 2022 ທີ່ຜ່ານມານີ້ ລັດຖະມົນຕີກະຊວງການຄັງຂອງສະຫະລັດໃຫ້ສຳພາດວ່າ: ທ່ານ ໄບເດັນ ຕ້ອງການເຮັດທຸກວິທີ ເພື່ອຊ່ວຍຜູ້ບໍລິໂພກ ແລະ ຍອມຮັບວ່າ ລາຄານ້ຳມັນທີ່ເພີ່ມສູງຂຶ້ນຫຼາຍ ເຊິ່ງສົນຜົນກະທົບຕໍ່ປະຊາຊົນ.

ລາຄານ້ຳມັນໃນອາເມຣິກາ ເພີ່ມຫຼາຍກວ່າ 48% ຈາກຊ່ວງດຽວກັນໃນປີກ່ອນ, ໂດຍອາທິດແລ້ວນີ້ ທ່ານ ໄບເດັນ ໄດ້ຍື່ນຈົດໝາຍຫາບໍລິສັດນ້ຳມັນລາຍໃຫຍ່ 7 ແຫ່ງ ເພື່ອໃຫ້ເພີ່ມກຳລັງຜະລິດນ້ຳມັນ.

ຄວາມກັງວົນເລື່ອງເສດຖະກິດຂອງອາເມຣິກາ ຄາດວ່າອາດຈະມີການຂະຫຍາຍຕົວຊ້າລົງໃນອີກ 2-3 ເດືອນທາງໜ້າ ແຕ່ບໍ່ເຊື່ອວ່າຈະເຂົ້າສູ່ພາວະຖົດຖອຍໄດ້.

ແຫຼ່ງຂ່າວຈາກ ວີໂອເອ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...