Homeຂ່າວຕ່າງປະເທດຈີນເປີດໂຕເຮືອບັນທຸກເຮືອບິນຝູຈ້ຽນ

ຈີນເປີດໂຕເຮືອບັນທຸກເຮືອບິນຝູຈ້ຽນ

Published on

ຈີນເປີດໂຕເຮືອບັນທຸກເຮືອບິນຝູຈ້ຽນ ເຊິ່ງເປັນເຮືອບັນທຸກ ເຮືອບິນ ສຸດທັນສະໄໝທີ່ສ້າງຂື້ນມາເອງເປັນລຳທີ 3 ໃນປະເທດ, ຈີນ ປະກາດຄວາມກ້າວໜ້າທາງການທະຫານຂອງປະເທດ.

ວັນທີ17 ມິຖຸນາ ທີ່ຜ່ານມາ ເມື່ອປະມານ 11:00 ໄດ້ມີພິທີປ່ອຍເຮືອລົງສູ່ແມ່ນໍ້າທີ່ ອູ່ເຮືອຈຽງໜານ, ເຮືອບັນທຸກເຮືອບິນລຳໃໝ່ນີ້ໄດ້ຖືກອອກແບບ ແລະ ກໍ່ສ້າງໃນປະເທດຈີນທັງໝົດ, ໂດຍມີເຈົ້າໜ້າທີ່ກອງທັບເຮືອຢືນເຂົ້າແຖວ ແລະ ຮ້ອງເພງຊາດຈີນທີ່ບໍລິເວນດ້ານໜ້າເຮືອໃນພິທີສະຫຼອງ ນອກຈາກນີ້ເຈົ້າໜ້າທີ່ລະດັບສູງຂອງຈີນຫຼາຍຄົນມາກໍເຂົ້າຮ່ວມໃນງານນີ້ເຊັ່ນ: ທ່ານນາຍພົນ ຊູ ສີຫຼຽງ ຮອງປະທານຄະນະກຳມາທິການກາງດ້ານການທະຫານຂອງຈີນ ທີ່ມາມອບໃບຮັບຮອງການຕັ້ງຊື່ໃຫ້ແກ່ໜ່ວຍກອງທັບເຮືອທີ່ໄດ້ຮັບມອບເຮືອລຳດັ່ງກ່າວ.

ເຮືອບັນທຸກເຮືອບິນຝູຈ້ຽນ ຕັ້ງຂື້ນຕາມຊື່ມົນທົນຂອງຈີນທີ່ຕັ້ງຢູ່ເທິງຊາຍຝັ່ງຕະເວັນອອກສຽງໃຕ້ຂອງຈີນ ແລະ ມີຊາຍແດນຕິດກັບຊ່ອງແຄບໃຕ້ຫວັນ ມີແຮງຂັບເຄື່ອນຫຼາຍກວ່າ 80,000 ຕັນ ມີລັກສະນະໂດດເດັ່ນຄື: ມີດາດຟ້າແບບຍາວເຕັມລຳ ແລະ ມີລະບົບສົ່ງອາກາດສະຍານທີ່ວ່ອງໄວ ດ້ວຍລາງດີດສົ່ງອາກາດສະຍານ ແລະ ອຸປະກອນຈັບຍຶດແມ່ເລັກໄຟຟ້າ ເຊິ່ງສາມາດສົ່ງເຮືອບິນອອກໄປປະຕິບັດໜ້າທີ່ໄດ້ຢ່າງວ່ອງໄວກວ່າລາງດີດພະລັງອາຍນໍ້າແບບເກົ່າ ຖືວ່າເປັນເຮືອລຳທຳອິດທີ່ໃຊ້ລາງດີດສົ່ງອາກາດສະຍານທີ່ຈີນຜະລິດຂື້ນເອງ ຫຼັງຈາກນີ້ເຮືອບັນທຸກເຮືອບິນຝູຈ້ຽນຈະດຳເນີນການທົດສອບການຈອດເຮືອ ແລະ ການທົດສອບທາງທະເລຕາມທີ່ໄດ້ກຳນົດໄວ້ຕໍ່ໄປ.

ສຳລັບເຮືອບັນທຸກເຮືອບິນລຳທຳອິດຂອງຈີນມີຊື່ວ່າ ຫຼຽວໜິງ ໂດຍເປັນເຮືອຮົບຍຸກໂຊຫວຽດທີ່ສ້າງບໍ່ແລ້ວ ຊຶ່ງຈີນຊື້ມາຈາກອູແກຣນໃນປີ 1998 ກ່ອນທີ່ຈະນຳມາສ້າງ ແລະ ພັດທະນາຕໍ່ໄປຈົນແລ້ວ ຈົນໄດ້ນຳເຂົ້າມາປະຈຳການໃນປີ 2012 , ສ່ວນເຮືອບັນທຸກເຮືອບິນລຳທີ່ສອງມີຊື່ວ່າ ຊານຕົງ ສ້າງໃນປະເທດຈີນໂດຍຍຶດແບບຂອງເຮືອ ຫຼຽວໜິງ ແລະ ໄດ້ເຂົ້າປະຈຳການໃນປີ 2019.

ແຫຼ່ງຂ່າວຈາກ ຊີເອັນເອັນ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...