Homeຂ່າວຕ່າງປະເທດໄພເງິນເຟີ້ຢູ່ອີຢູ ບັນລຸສະຖິຕິໃໝ່ກວ່າ 8%

ໄພເງິນເຟີ້ຢູ່ອີຢູ ບັນລຸສະຖິຕິໃໝ່ກວ່າ 8%

Published on

ອີງຕາມການລາຍງານ​ຂ່າວ​ຈາກ Vovworld, ຕາມຂໍ້ມູນ ຂອງອົງການ ສະຖິຕິ ເອີຣົບ (Eurostat), ລະດັບເງິນເຟີ້ ແຕ່ລະປີ ໃນເດືອນ ພຶດສະພາ 2022 ຂອງອີຢູ ບັນລຸ ລະດັບ ສະຖິຕິໃໝ່ ເມື່ອໄດ້ຂຶ້ນ ເຖິງຕົວເລກ 8,8% ພາກພື້ນ ໃຊ້ສະກຸນເງິນ ລວມເອີໂຣ ກໍ່ຮັບຮູ້ ລະດັບເງິນເຟີ້ ສູງສຸດ ນັບແຕ່ ເມື່ອສະກຸນເງິນ ເອີໂຣ ຢູ່ໃນລະດັບ 8,1%. ຢຶນແຖວໜ້າແມ່ນ Estonia ຢູ່ໃນລະດັບ 20,1%, ຖັດມາ ແມ່ນ Litva ຢູ່ໃນລະດັບ 18,5% ແລະ Latvia ແມ່ນ 16,8%. ປະເທດ ຝຣັ່ງ ແລະ ມານຕາ ແມ່ນສອງປະເທດ ມີອັດຕາ ເງິນເຟີ້ ຕ່ຳທີ່ສຸດ ຢູ່ໃນລະດັບ 5,8%.

ສາຍເຫດຕົ້ນຕໍ ແມ່ນຍ້ອນຂາດ ດຸ່ນແຫລ່ງສະໜອງ ພາຍຫລັງ ໂລກລະບາດ ໂຄວິດ – 19 ແລະ ລາຄາພະລັງງານ ເພີ່ມຂຶ້ນ ສູງ ພາຍຫລັງ ທີ່ ຣັດເຊຍ ປະຕິບັດ ບັ້ນຮົບ ການທະຫານ ພິເສດຢູ່ ອູ​ແກຣນ.

ກ່ອນ​ໜ້າ​ນີ້, ຄະນະກຳມະການ ເອີຣົບ ໄດ້ຫລຸດ ລະດັບ ຄາດຄະເນ ການເຕີບໂຕ ດ້ານເສດ ຖະກິດ ຈາກລະດັບ 4% ລົງເຫລືອພຽງ 2,7% ໃນປີນີ້. ແຕ່ເຖິງຢ່າງໃດ ກໍ່ຕາມ, ຍ້ອນໄພເງິນເຟີ້ ພວມບັນລຸ ລະດັບ ສະຖິຕິ ຍິ່ງເຮັດໃຫ້ ນັກເສດຖະກິດ ຫລາຍຄົນ​ ກ່າວເຕືອນ ວ່າ ເອີຣົບ ອາດຈະຕົກຢູ່ ໃນສະພາບ ຊຸດໂຊມ ຢ່າງແຮງ ໃນທ້າຍປີນີ້.

ແຫຼ່ງຂໍ້ມູນ: ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...