spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ສຶກສາອົບຮົມຜູ້ບໍລິການແລກປ່ຽນເງິນຕາອອນລາຍ ພ້ອມຈະຖືກດໍາເນີນຄະດີຕາມກົດໝາຍ

ເຈົ້າໜ້າທີ່ສຶກສາອົບຮົມຜູ້ບໍລິການແລກປ່ຽນເງິນຕາອອນລາຍ ພ້ອມຈະຖືກດໍາເນີນຄະດີຕາມກົດໝາຍ

Published on

ເຈົ້າໜ້າທີ່ສຶກສາອົບຮົມຜູ້ບໍລິການແລກປ່ຽນເງິນຕາອອນລາຍພ້ອມຈະຖືກດໍາເນີນຄະດີຕາມກົດໝາຍ.

ວັນທີ 17 ມິຖູນາ 2022, ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ໄດ້ນຳຕົວ ທ້າວ ພຸດທະວົງ ອາຍຸ 25 ປີ ຢູ່ບ້ານ ນາທອງ ເມືອງໂພນໂຮງ ແຂວງວຽງຈັນ ຜູ້ເປີດບໍລິການແລກປ່ຽນເງິນຕາຕ່າງປະເທດອອນລາຍ ໂດຍບໍ່ໄດ້ຮັບອະນຸຍາດ ມາສຶກສາອົບຮົມກ່າວເຕື່ອນ ແລະ ຈະຖືກດຳເນີນຄະດີຕາມກົດໝາຍໃນຂັ້ນຕອນຕໍ່ໄປ. ເຈົ້າໜ້າທີ່ໃຫ້ຮູ້ວ່າ:

ທ້າວ ພຸດທະວົງ ສີສຸວັນ ມີເຈດຕະນາລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ດໍາເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງສະແດງອອກດັ່ງນີ້: ຜູ້ກ່ຽວບໍ່ມີ ໃບອະນຸຍາດດໍາເນີນທຸລະກິດກ່ຽວ ກັບການແລກປ່ຽນເງິນຕາຕ່າງປະເທດ ແລ້ວໄດ້ມີການເຄື່ອນໄຫວ ໂຄສະນາແລກປ່ຽນເງິນຕາ ຜ່ານຊື່ສັງຄົມອອນລາຍ (ເຟສບຸກ) ໂດຍບໍ່ໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ, ຜູ້ກ່ຽວໄດ້ໂພດຂໍ້ ຄວາມລົງໃນກຸ່ມເຟສບຸກ ໃນຊື່ກຸ່ມ ແລກປ່ຽນເງິນຕາ (ໂອນ-ແລກ-ຕິດຕາມອັດຕາແລກປ່ຽນ).

ຜ່ານການສືບສວນ-ສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ໄດ້ມີການເຄື່ອນໄຫວບັນຊີເງິນຝາກຂອງຜູ້ກ່ຽວໃນໄລຍະເດືອນພຶດສະພາ 2022 ມີລາຍລະອຽດຄື: ຍອດທຸລະກໍາໃນບັນຊີ ຂອງຜູ້ກ່ຽວໃນ 1 ວັນ ມີເງິນກີບເຂົ້າບັນຊີ 270,923,000 ກີບ, ໂອນອອກຈາກບັນຊີ ຈໍານວນ 254,381,000 ກີບ, ມີເງິນບາດເຂົ້້າບັນຊີ 121,950 ບາດ, ໂອນອອກຈາກບັນຊີ 100,011 ບາດ, ມີເງິນໂດລາເຂົ້າບັນຊີ 12,200 ໂດລາ, ໂອນເງິນໂດລາອອກ 15,000 ໂດລາ. ຍອດທຸລະກໍາໃນບັນຊີ ຂອງຜູ້ກ່ຽວໃນ 1 ອາທິດ ມີເງິນກີບເຂົ້າບັນຊີ 755,506,000ກີບ, ໂອນອອກຈາກບັນຊີ ຈໍານວນ740,050,500 ກີບ ມີເງິນບາດເຂົ້າບັນຊີ 443,650 ບາດ, ໂອນອອກ 425,054 ບາດ, ມີເງິນໂດລາເຂົ້າບັນຊີ 20,943 ໂດລາ, ໂອນອອກ 20,905, ຍອດທຸລະກໍາໃນບັນຊີ ຂອງຜູ້ກ່ຽວໃນ 1 ເດືອນ ມີເງິນກີບເຂົ້າບັນຊີ 957,625,800 ກີບ, ໂອນອອກຈາກບັນຊີ ຈໍານວນ 957,846,000 ກີບ, ໂດລາ, ມີເງິນບາດໂອນເຂົ້າບັນຊີ 872,870 ບາດ, ໂອນອອກ 850,856 ບາດ, ເງິນໂດລາເຂົ້າບັນຊີ 31,043 ໂດລາ, ໂອນເງິນອອກ 31,116 ໂດລາ.

ເຈົ້າໜ້າທີ່ກ່າວອີກວ່າ: ການກຳດັ່ງກ່າວຂອງທ້າວ ພຸດທະວົງ ຜິດຕໍ່ປະມວນກົດໝາຍອາ ມາດຕາ 285 ການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ມາດຕາ 297 ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ໂດຍກົດໝາຍໄດ້ກຳນົດໄວ້ວ່າ ບຸກຄົນໃດຫາກໄດ້ດຳເນີນທຸລະກິດໂດຍບໍ່ໄດ້ຂຶ້ນທະບຽນວິສາຫະກິດ ຫຼື ເຄື່ອນໄຫວທຸລະກິດໂດຍບໍ່ຖືກກັບວັດຖຸປະສົງຂອງວິສາຫະກິດຕົນ ຈະຖືກລົງໂທດຕັດອະສະລະພາບແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 5 ລ້ານ ຫາ 10 ລ້ານກີບ. ສະນັ້ນ, ຈິ່ງໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນຜູ້ກ່ຽວບໍ່ໃຫ້ກັບໄປກະທໍາແບບເກົ່າອີກ.

ແຫຼ່ງຂ່າວຈາກ  ຄວາມສະຫງົບ Lao Security News

 

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...