spot_img
Homeຂ່າວພາຍ​ໃນລັດຖະມົນຕີກະຊວງການເງິນ ຕ້ອນຮັບຜູ້ຊ່ວຍ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ

ລັດຖະມົນຕີກະຊວງການເງິນ ຕ້ອນຮັບຜູ້ຊ່ວຍ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ

Published on

ໃນວັນທີ 16 ມິຖຸນາ ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບການຢ້ຽມຂໍ່ານັບຂອງ ທ່ານ ທອດ ໂຣບິນສັນ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ປະຈຳສຳນັກງານຕ້ານຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍສາ ກົນ ຂອງສະຫະລັດອາເມລິກາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງສະແດງຄວາມຂອບໃຈ ທີ່ໃຫ້ການສະໜັບສະໜູນໃນການສ້າງຄວາມເຂັ້ມແຂງໃຫ້ວຽກງານພາສີ ແລະ ວຽກງານອື່ນໆແກ່ ສປປ ລາວ ຕະຫລອດມາ, ໄລຍະຜ່ານມາກໍໄດ້ມີການຈັດຕັ້ງປະຕິບັດຫລາຍກິດຈະກໍາຮ່ວມກັນຢ່າງຕໍ່ເນື່ອງ ເປັນຕົ້ນ ການຝຶກອົບຮົມໃຫ້ເຈົ້າໜ້າທີ່ພາສີລາວ ເພື່ອສ້າງຂີດຄວາມສາມາດໃນການປະຕິບັດ ວຽກງານປົກປ້ອງດ່ານພາສີຊາຍແດນ, ສົ່ງເຈົ້າໜ້າທີ່ພາສີລາວ ເຂົ້າຮ່ວມການຝຶກອົບຮົມ ແລະ ກອງປະຊຸມສາກົນ ເພື່ອເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານຕ່າງປະເທດ, ເພີ່ມທະວີການແລກປ່ຽນຂໍ້ມູນແຫລ່ງຂ່າວ ແລະ ການປະຕິບັດງານຮ່ວມ ເພື່ອປາບປາມການລັກລອບສິນຄ້າຜິດກົດໝາຍ, ພັດທະນານິຕິກຳດ້ານພາສີ ແລະ ຄູ່ມືການບັງຄັບໃຊ້ກົດໝາຍອື່ນໆຂອງເຈົ້າໜ້າທີ່ພາສີແລະ ວຽກງານອື່ນໆ.

ພ້ອມນັ້ນ, ຍັງໄດ້ຍົກໃຫ້ຫັນເຖິງສິ່ງທ້າທາຍຂອງພາສີ ຕໍ່ການຄຸ້ມຄອງເສັ້ນທາງລົດໄຟລາວ-ຈີນ ເຊິ່ງການນໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ ສິນຄ້າທາງລົດໄຟກໍໄດ້ນໍາມາສູ່ສິ່ງທ້າທາຍໃໝ່ສໍາລັບກົມພາສີ ເນື່ອງຈາກ ກົມພາສີບໍ່ມີປະສົບການໃນການຄຸ້ມຄອງການຂົນສົ່ງທາງລົດໄຟມາກ່ອນ, ສະນັ້ນ, ກົມພາສີຈຶ່ງມີຄວາມຕ້ອງການ ການຊ່ວຍເຫລືອໃນການສ້າງຂີດຄວາມສາມາດ ໃນການຂົນສົ່ງທາງລົດໄຟ ຂ້າມຊາຍແດນຈາກ ບັນດາຄູ່ຮ່ວມພັດທະນາ ລວມທັງສະຫະລັດອາເມລິກາ ນໍາອີກ.

ທ່ານ ທອດ ໂຣບິນສັນ ກໍແຈ້ງໃຫ້ຮູ້ເຖິງຈຸດປະສົງຂອງການຢ້ຽມ ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບວຽກງານຕ້ານຢາເສບຕິດ, ການປະຕິບັດກົດໝາຍຢູ່ ສປປ ລາວ ແລະ ປະເມີນຄວາມຕ້ອງການຂອງບັນດາກະຊວງທີ່ກ່ຽວຂ້ອງ. ນອກນີ້ຈາາກນີ້ INL ໄດ້ໃຫ້ການຊ່ວຍເຫລືອຫລາຍກວ່າ 75 ລ້ານໂດລາສະຫະລັດ ເພື່ອປັບປຸງຂີດຄວາມສາມາດຂອງ ສປປ ລາວ ໃນການແກ້ໄຂບັນດາການກະທໍາທີ່ເປັນສິ່ງທີ່ຜິດກົໝາຍ ແລະ ສະໜັບສະໜູນຄວາມພະຍາຍາມຂອງລັດ ຖະບານລາວ ເພື່ອປັບປຸງລະບຽບກົດໝາຍ ແລະ ເພີ່ມຂີດຄວາມສາມາດໃນວຽກງານຕ້ານອາດຊະຍາກໍາຂ້າມຊາດ, ການຝອກເງິນ ແລະ ການສໍ້ລາດບັງຫລວງ ຢ່າງມີປະສິດທິຜົນ.

ປັດຈຸບັນກະຊວງການຕ່າງປະເທດສະຫະລັດອາເມລິກາ ໄດ້ຈັດສັນງົບປະມານເພີ່ມອີກ 7 ລ້ານໂດລາສະຫະລັດ ເພື່ອສ້າງສຳນັກງານໃຫຍ່ ແລະ ສູນຝຶກອົບຮົມໃຫ້ແກ່ກົມພາສີລາວ ເພື່ອເສີມຂະຫຍາຍບົດບາດອັນສຳຄັນໃນການຮັກສາຊາຍແດນ ແລະ ຕ້ານອາດຊະຍາກຳຂ້າມຊາດ ເຊິ່ງງົບປະມານດັ່ງກ່າວ ກຳລັງລໍຖ້າໃຫ້ລັດຖະສະພາສະຫະລັດອະນຸມັດ ຄາດວ່າໃນໄວໆນີ້.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...