spot_img
Homeຂ່າວພາຍ​ໃນລັດຖະບານຍີ່ປຸ່ນ ຊ່ວຍສ້າງ ຮຮ ສາທິດ ວລ ຄູ 8 ແຫ່ງໃນລາວ ເຖິງ 26 ຕື້ກວ່າກີບ

ລັດຖະບານຍີ່ປຸ່ນ ຊ່ວຍສ້າງ ຮຮ ສາທິດ ວລ ຄູ 8 ແຫ່ງໃນລາວ ເຖິງ 26 ຕື້ກວ່າກີບ

Published on

ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອລ້າໃນໂຄງການກໍ່ສ້າງໂຮງຮຽນ (ຮຮ) ສາທິດຂອງວິທະຍາໄລ (ວລ) ຄູ 8 ແຫ່ງໃນ ສປປ ລາວ ເຖິງ 26 ຕື້ກວ່າກີບ, ຊຶ່ງຄາດວ່າຈະສຳເລັດໃນເດືອນທັນວາ 2026 ໂດຍເລັ່ງໃສ່ການປຸກສ້າງອາຄານຮຽນ, ຫ້ອງຮຽນ ແລະ ສະໜອງອຸປະກອນສື່ການຮຽນການສອນ, ປຸກສ້າງຫໍພັກນັກສຶກສາຄູ, ຫ້ອງນ້ຳ, ອາຄານອາເນກປະສົງຈຳນວນໜຶ່ງໃຫ້ວິທະຍາໄລຄູ 8 ແຫ່ງໃນ ສປປ ລາວ ປະກອບມີ ວິທະຍາໄລຄູ ຫຼວງນ້ຳທາ, ຫຼວງພະບາງ, ຄັງໄຂ, ບ້ານເກີນ, ດົງຄຳຊ້າງ, ສະຫວັນນະເຂດ, ສາລະວັນ ແລະ ວິທະຍາໄລຄູ ປາກເຊ.

ພິທີວາງສີລາເລີກໂຄງການກໍ່ສ້າງໂຮງຮຽນສາທິດຂອງວິທະຍາໄລຄູ 8 ແຫ່ງໃນ ສປປ ລາວ ໄດ້ມີຂຶ້ນໃນວັນທີ 10 ມີຖຸນາ ຜ່ານມາ ທີ່ວິທະຍາໄລຄູດົງຄໍາຊ້າງ ນະຄອນຫຼວງວຽງຈັນ, ພາຍໃຕ້ໂຄງການປັບປຸງວິທະຍາໄລຄູໃນ ສປປ ລາວ, ຊຶ່ງໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະຣາຊະທູດປະເທດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ນາກາເຊະ ໂທຊິ ຫົວໜ້າຫ້ອງການອົງການໄຈກາ ປະຈໍາ ສປປ ລາວ ພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມທີ່ກ່ຽວຂ້ອງ, ເລຂາທິການສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ຜູ້ອໍານວຍການວິທະຍາໄລຄູ 8 ແຫ່ງ, ຜູ້ຕາງໜ້າກະຊວງອ້ອມຂ້າງສູນກາງ, ບັນດາຜູ້ອຳນວຍການບໍລິສັດ, ພະນັກງານ, ຄູອາຈານ ແລະ ນ້ອງນັກສຶກສາຢ່າງພ້ອມພຽງ.

ໃນພິທີ, ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງອາຄານຮຽນ ໂຮງຮຽນສາທິດຂອງວິທະຍາໄລຄູ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູ ໃນ ສປປ ລາວ ແມ່ນໄດ້ຮັບການລົງນາມສັນຍາຊ່ວຍເຫຼືອລ້າຢ່າງເປັນທາງການ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານຍີ່ປຸ່ນ ສະບັບເລກທີ 2060160 ລົງວັນທີ 10 ກັນຍາ 2020 ລວມເປັນມູນຄ່າທັງໝົດ 26.982.000.000 ກີບ ລວມເປັນສະກຸນເງິນຍີ່ປຸ່ນແມ່ນ 1.912.000.000 ເຢັນ ຫຼື 18.000.000 ໂດລາສະຫະລັດ. ໂຄງການດັ່ງກ່າວ ແມ່ນເລັ່ງໃສ່ການປຸກສ້າງອາຄານຮຽນ, ຫ້ອງຮຽນ ສະໜອງອຸປະກອນສື່ການຮຽນການສອນໃຫ້ໂຮງຮຽນສາທິດຂອງວິທະຍາໄລຄູ ແລະ ຍັງໄດ້ປຸກສ້າງຫໍພັກນັກສຶກສາຄູ, ຫ້ອງນໍ້າ, ອາຄານອາເນກປະສົງຈໍານວນໜຶ່ງໃຫ້ວິທະຍາໄລຄູ 8 ແຫ່ງໃນ ສປປ ລາວ ຄື: ວິທະຍາໄລຄູ ຫຼວງນໍ້າທາ, ວິທະຍາໄລຄູ ຫຼວງພະບາງ, ວິທະຍາໄລຄູ ຄັງໄຂ ແຂວງຊຽງຂວາງ, ວິທະຍາໄລຄູ ບ້ານເກີນ, ວິທະຍາໄລຄູ ດົງຄໍາຊ້າງ, ວິທະຍາໄລຄູ ສະຫວັນນະເຂດ, ວິທະຍາໄລຄູ ສາລະວັນ ແລະ ວິທະຍາໄລຄູ ປາກເຊ.

ທ່ານຫົວໜ້າກົມສ້າງຄູ ໄດ້ລາຍງານໃຫ້ຊາບອີກວ່າ: ເພື່ອປັບປຸງວິທະຍາໄລຄູໃນ ສປປ ລາວ ກໍຄືການພັດທະນາຄຸນນະພາບການສຶກສາ ໂດຍສະເພາະແມ່ນຄຸນນະພາບການສຶກສາຄູ ເຮັດໃຫ້ນັກສຶກສາຄູໃນສາຍສ້າງຄູອະນຸບານ, ສ້າງຄູປະຖົມ ແລະ ສາຍສ້າງຄູມັດທະຍົມ ມີສະຖານທີ່ຝຶກຫັດໃນຫ້ອງຮຽນ ເນັ້ນໃສ່ການຝຶກສອນຕົວຈິງໃຫ້ຫຼາຍຂຶ້ນ ຄຽງຄູ່ກັບພາກທິດສະດີໃນການແລກປ່ຽນປະສົບການ ແລະ ຮ່ວມໂມງສອນໃນເວລາຂຶ້ນຫ້ອງສອນຕົວຈິງໃນແຕ່ລະພາກຮຽນໃຫ້ມີຄວາມຕໍ່ເນື່ອງ.

ການດໍາເນີນວຽກງານປຸກສ້າງຂອງໂຄງການ ແມ່ນແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ແມ່ນດໍາເນີນຢູ່ 4 ວິທະຍາໄລຄູ ຄື: ວິທະຍາໄລຄູ ຫຼວງນໍ້າທາ, ຫຼວງພະບາງ, ຄັງໄຂ ແຂວງຊຽງຂວາງແລະ ວິທະຍາໄລຄູ ດົງຄໍາຊ້າງ, ຊຶ່ງໄດ້ເລີ່ມຕົ້ນລົງມືກໍ່ສ້າງມາແຕ່ຕົ້ນເດືອນມີນາ 2022. ສໍາລັບໄລຍະທີ 2 ຈະໄດ້ຈັດຕັ້ງປະຕິບັດຢູ່ 4 ວິທະຍາໄລຄູ ຄື: ວິທະຍາໄລຄູ ບ້ານເກີນ, ສະຫວັນນະເຂດ, ສາລະວັນ ແລະ ວິທະຍາໄລຄູ ປາກເຊ ຈະໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດໃນເດືອນກັນຍາ 2023. ໂຄງການດັ່ງກ່າວ ມີໄລຍະຈັດຕັ້ງປະຕິບັດແຕ່ເດືອນກັນຍາ 2020 ເຖິງ ເດືອນທັນວາ 2026.

ໂດຍ ສົງການ ພັນແພງດີ

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...