Homeຂ່າວຕ່າງປະເທດລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມຖືກປົດ ເນື່ອງຈາກນຳໃຊ້ຕຳແໜງໄປໃນທາງທີ່ຜິດ

ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມຖືກປົດ ເນື່ອງຈາກນຳໃຊ້ຕຳແໜງໄປໃນທາງທີ່ຜິດ

Published on

ຫວຽດນາມກັກໂຕລັດຖະມົນຕີກະຊວງສາທາລະນະສຸກໃນຖານໃຊ້ຕຳແໜ່ງໄປໃນທາງທີ່ຜິດ.

ຫຼັງຈາກຖືກປົດອອກຕຳແໜ່ງ ແລະ ອອກຈາກສະມາຊິກສະພາ ໃນວັນຈັນທີ່ຜ່ານມາ, ທ່ານ ຫງຽນ ແທງ ລອງ  (Nguyen Thanh Long) ອະດີດລັດຖະມົນຕີ ກະຊວງສາທາລະນະສຸກ ກໍໄດ້ຖືກກັກໂຕ ແລະ ດຳເນີນຄະດີ ໃນວັນອັງຄານ.

ໃນຕອນບ່າຍຂອງວັນທີ 7 ມິຖຸນາ ທີ່ຜ່ານມາ, ທ່ານ ຫງຽນ ແທງ ລອງ ຖືກສອບສວນ ໂດຍເຈົ້າໜ້າທີ່ກວດສອບຄວາມໜັ່ນຄົງ(C03) ເພື່ອກວດສອບຄວາມຜິດທາງອາຍາ ຖານຄວາມຜິດໃນການໃຊ້ຕຳແໜ່ງ ແລະ ໜ້າທີ່ໃນທາງທີ່ຜິດ ເຮັດໃຫ້ງົບປະມານຂອງລັດເສຍຫາຍ ໃນຂະນະທີ່ດຳລົງຕຳແໜ່ງ.

ທ່ານ ຫງຽນ ແທງ ລອງ, ຖືວ່າເປັນຜູ້ມີອຳນາດສູງສຸດໃນກະຊວງສາທາລະນະສຸກ ເຊິ່ງມີການພົວພັນກັບຄະດີບໍລິສັດ Viet A (ບໍລິສັດໄດ້ຕິດສິນບົນເຈົ້າໜ້າທີ່ຈັດຫາຊຸດກວດໂຄວິດ-19 ທີ່ມີລາຄາແພງເກີນໄປສະຖານທີ່ຕ່າງໆ), ກ່ອນໜ້ານີ້, ໃນທ້າຍເດືອນທັນວາ ປີ 2022 ອະດີດຫົວໜ້າຂອງຝ່າຍວາງແຜນການເງິນ ແລະ ກົມອຸປະກອນການແພດ ແລະ ກໍ່ສ້າງ ກໍໄດ້ຖືກດຳເນີນຄະດີ.

ທ່ານ Nguyen Thanh Long ໄດ້ຮັບຕຳແໜງລັດຖະມົນຕີກະຊວງສາທາລະນະສຸກ ໃນເດືອນພະຈິກ 2020, ເຊິ່ງເປັນຊ່ວງໂຄວິດ-19 ລະບາດ ເຮັດໃຫ້ສາທາມີໜ້າທີ່ຫຼາຍຢ່າງຕັ້ງແຕ່ການປະສານກຳລັງລົງທ້ອງຖິ່ນຕ່າງໆ ຈົນໄປເຖິງການເຈລະຈາຫາວັກຊີນຈາກຕ່າງປະເທດ.

ອ້າງອີງ:

https://vnexpress.net/cuu-bo-truong-y-te-nguyen-thanh-long-bi-bat-4473144.html,]

https://e.vnexpress.net/news/news/ex-hanoi-chairman-detained-in-covid-test-kit-scandal-4473292.html

https://vietnamnews.vn/Society/1208805/officials-dismissed-from-health-minister-mayor-posts.html

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...