spot_img
Homeຂ່າວຕ່າງປະເທດລັດຖະມົນຕີກະຊວງສາລະນະສຸກຫວຽດນາມ ມີການສໍ້ລາດບັງຫຼວງຊຸດກວດໂຄວິດ

ລັດຖະມົນຕີກະຊວງສາລະນະສຸກຫວຽດນາມ ມີການສໍ້ລາດບັງຫຼວງຊຸດກວດໂຄວິດ

Published on

ອີງຕາມການລາຍງານຂອງສຳນັກງານຂ່າວຮາໂນ່ຍ ໃນວັນທີ 7 ພຶດສະພາ 2022 ໄດ້ລາຍງານວ່າ: ຫວຽດນາມປົດຕຳແໜ່ງ ລັດຖະມົນຕີກະຊວງສາທາລະນະສຸກ ຫຼັງຖືກບັງຄັບອອກຈາກການເປັນສະມາຊິກພັກຄອມມູນນິດເມື່ອວານນີ້ ເນື່ອງຈາກມີການສໍ້ລາດບັງຫຼວງຊຸດກວດໂຄວິດ-19.

ສະພານິຕິບັນຍັດຫວຽດນາມເຫັນດີປົດ ທ້າວ ຫວຽນ ຖັ່ນ ລອງ ອາຍຸ 56 ປີຈາກຕຳແໜ່ງລັດຖະມົນຕີສາທາລະນະສຸກຕາມທີ່ສະມາຊິກລົງຄວາມຄິດເຫັນ ແລະຍັງປົດໃຫ້ພົ້ນຈາກການເປັນສະມາຊິດສະພາ ສຳລັບມື້ວັນຈັນທີ່ຜ່ານມາພັກຄອມມູນນິດໄດ້ຂັບເຂົາອອກພ້ອມກັບທ້າວ ຈູ ງັອກ ອັນ ອາດີດລັດຖະມົນຕີວິທະຍາສາດ ແລະ ເທັກໂນໂລຍີ ຕາມທີ່ລົງຕວາມເຫັນວ່າທັງຄູ່ລະເມີດລະບຽບພັກ-ລັດ ເຮັດໃຫ້ເກີດຜົນເສຍຫາຍຮ້າຍແຮງ ໃນດ້ານງົບປະມານ ແລະ ຊັບສິນ.

ຄະນະກຳມະການກວດສອບກາງຂອງພັກຄອມມູນນິດຖະແຫຼງໃນເດືອນມີນາຄົມທີ່ຜ່ານມາວ່າ: ຄະນະກຳມະການພັກ ແລະ ເຈົ້າໜ້າທີ່ກະຊວງສາທາລະນະສຸກ ແລະ ກະຊວງວິທະຍາສາດລະເລີຍການປະຕິບັດໜ້າທີ່ລະຫວ່າງປີ 2016-2021 ອານຸຍາດໃຫ້ມີການກະທຳຄວາມຜິດໃນການອານຸມັດ ບິລໍຫານການຈັດການ ແລະ ຈຳໜ່າຍຊຸດກວດໂຄວິດ ຫຼັງຈາກຜູ້ບໍລິຫານຫວຽດ ເອ (Vietnam A) ຍອມຮັບໃນເດທືທອນມັງກອນວ່າ ໄດ້ໂກງລາຄາຊຸດກວດໂຄວິດຂຶ້ນຮອດຮ້ອຍລະ 45 ຕິດສິນບົນເຈົ້າໜ້າທີ່ ແລະ ຈ່າຍເງິນໃຫ້ຫຸ້ນສ່ວນຂອງບໍລິສັດຫຼາຍເຖິງ 800,000 ລ້ານດົ່ງ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...