Homeຂ່າວຕ່າງປະເທດລະທຶກ! ເຮືອບິນແອຣ໌ການາດາ ຢາງລະເບີດ - ໃບພັດທະລຸຫ້ອງໂດຍສານ!

ລະທຶກ! ເຮືອບິນແອຣ໌ການາດາ ຢາງລະເບີດ – ໃບພັດທະລຸຫ້ອງໂດຍສານ!

Published on

p4_2

 

ເຮືອບິນແອຣ໌ການາດາ ຢາງລະເບີດ ລໍ້ຫລຸດ ແລະ ໃບພັດຫລຸດບິນທະລຸເຂົ້າຕົວເຮືອບິນ ໂຊກດີບໍ່ໃຜເສຍຊີວິດ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທ່ີ 10 ພະຈິກນີ້ວ່າ ໃນວັນທີ 6 ພະຈິກຜ່ານມາ ໄດ້ເກີດເຫດລະທຶກຂຶ້ນ

ກັບສາຍການບິນແອຣ໌ການາດາ ເມື່ອຢາງລໍ້ຂອງເຮືອບິນເກີດລະເບີດ ຫລັງກຳລັງຂຶ້ນບິນສູ່ທ້ອງຟ້າ ໂດຍບໍ່ພຽງ

ແຕ່ເທົ່ານັ້ນ ໃນລະຫວ່າງທີ່ກຳລັງຈະລົງຈອດສຸກເສີນອີກ ໃບພັດຂອງເຮືອບິນຊ້ຳພັດຫລຸດອອກ ແລະ ແກ່ວງໄປ

ຕຳທະລຸເຂົ້າຕົວເຮືອບິນ ຊອດເຂົ້າເຖິງຫ້ອງໂດຍສານ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 4 ຄົນ.

 

ເຮືອບິນລຳດັ່ງກ່າວແມ່ນເຮືອບິນ Bombardier Q-400 ຂອງສາຍການບິນແອຣ໌ການາດາ ທີ່ບັນທຸກຜູ້ໂດຍ

ສານແລະ ລູກເຮືອລວມກັນ 75 ຄົນ ກຳລັງຈະບິນຂຶ້ນຈາກສະໜາມບິນສາກົນເອດມອນຕັນ ປະເທດການາດາ

ແລະ ຫລັງເກີດເຫດຢາງລະເບີດ ນັກບິນໄດ້ຂໍນຳເອົາເຮືອບິນລົງຈອດຢູ່ບ່ອນເດີມ ແຕ່ລະຫວ່າງທີ່ກຳລັງກຽມລົງ

ສູ່ຣັນເວນັ້ນ ເຫດການບໍ່ຄາດຄິດກໍເກີດຂຶ້ນ ເມື່ອເຮືອບິນໄດ້ກະແທກເຂົ້າກັບພື້ນຢ່າງແຮງ ຈົນເຮັດໃຫ້ລໍ້ຢາງ

ດ້ານຂວາຂອງເຮືອບິນເສຍຫາຍ ແລະ ໃບພັດດ້ານຂວາ ຫລຸດແກ່ວງເຂົ້າໃສ່ລຳຕົວຂອງເຮືອບິນ ບໍລິເວນຫ້ອງ

ໂດຍສານພໍດີ ໂດຍສາເຫດຂອງເຫດການລະທຶກໃນຄັ້ງນີ້ ຍັງຢູ່ໃນລະຫວ່າງການສືບສວນຂອງເຈົ້າໜ້າທີ່.

 

p_51

p8

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...