spot_img
Homeຂ່າວພາຍ​ໃນແຂວງໄຊສົມບູນ-ແຂວງບັກຢາງ ສືບຕໍ່ຮັດແໜ້ນການຮ່ວມມືສອງຝ່າຍ

ແຂວງໄຊສົມບູນ-ແຂວງບັກຢາງ ສືບຕໍ່ຮັດແໜ້ນການຮ່ວມມືສອງຝ່າຍ

Published on

ການນໍາແຂວງບັກຢາງ ໄດ້ເຮັດວຽກຮ່ວມກັບ ການນໍາແຂວງໄຊສົມບູນ ໃນວັນທີ 30 ພຶດສະພາ 2022 ທີ່ນະຄອນບັກຢາງ ສສ ຫວຽດນາມ ເພື່ອແນ່ໃສ່ປະຕິບັດເນື້ອໃນການຮ່ວມມື ລະຫວ່າງ ສອງແຂວງທີ່ໄດ້ເຊັນບົດບັນທຶກຂອບການຮ່ວມມື ໃນເດືອນ 8 ປີ 2021 ຜ່ານມາ ແຂວງໄຊສົມບູນ ເຂົ້າຮ່ວມໂດຍ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ສະຫາຍ ແດງ ປະທຸມທອງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຊສົມບູນ ແລະ ບັນດາສະຫາຍການນໍາຕາງໜ້າພະແນກການ ຂອງແຂວງໄຊສົມບູນ, ແຂວງບັ໋ກຢາງເຂົ້າຮ່ວມໂດຍ ສະຫາຍ ເຢືອງ ວັນ ຖ໋າຍ, ກໍາມະການກົມການເມືອງສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ສະຫາຍ ເລ ແອ່ງ ເຢືອງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງ ສະຫາຍ ເຈິ່ນ ກົງ ທັ່ງ, ກໍາມະການພັກແຂວງ, ປະທານຄະນະກໍາມະການແນວລາວສ້າງຊາດແຂວງ, ປະທານສະມາຄົມມິດຕະພາບແຂວງ ບັນດາສະຫາຍ ກໍາມະການພັກແຂວງ ບັນດາສະຫາຍການນໍາພະແນກການຂອງແຂວງບັກຢາງເຂົ້າຮ່ວມ.

ສະຫາຍ ເຢືອງ ວັນ ຖ໋າຍ ໃຫ້ຮູ້ວ່າ: ການປະຕິບັດນະໂຍບາຍການຕ່າງປະເທດຂອງພັກ, ແຂວງບັ໋ກຢາງໄດ້ເອົາໃຈ ໃສ່ເຂົ້າຮ່ວມ, ຊຸກຍູ້ບັນດາວຽກງານການເຄື່ອນໄຫວການທູດປະຊາຊົນ ໃນແຕ່ລະທ້ອງຖິ່ນ, ການຈັດຕັ້ງ, ປະຊາຊົນ ຂອງ ສປປ ລາວ ໄດ້ຕ້ອນຮັບຫຼາຍຄະນະຂອງ ສປປ ລາວ ທີ່ມາຢ້ຽມຢາມ ແລະ ຖອດຖອນບົດຮຽນໃນບາງຂົງເຂດວຽກງານ.

ໃນການມາເຮັດວຽກຂອງ ປະທານປະເທດ ທ່ານ ຫງວຽນ ຊວນ ຟຸກ ທີ່ໄດ້ເຂົ້າມາຢ້ຽມຢາມເປັນທາງການ ຢູ່ ສປປ ລາວ ໃນລະຫວ່າງ ເດືອນ ສິງຫາ ປີ 2021, ແຂວງບັ໋ກຢາງ ສຸດທີ່ເປັນກຽດທີ່ໄດ້ເຂົ້າຮ່ວມຄະນະປະຕິບັດງານ ແລະ ເຊັນເນື້ອໃນການຮ່ວມມືກັບແຂວງໄຊສົມບູນ ນີ້ແມ່ນຂົງເຂດຕ່າງປະເທດຄັ້ງທໍາອິດ ທີ່ແຂວງບັ໋ກຢາງໄດ້ເຊັນບົດບັນທຶກຂອບການຮ່ວມມື, ວາງພື້ນຖານສໍາລັບການສົ່ງເສີມການພັດທະນາສາຍພົວພັນຮ່ວມມືຮອບດ້ານ, ລົງເລີກຂອງສອງແຂວງ ຜູກມັດ, ຮັດແໜ້ນຄວາມສໍາພັນແບບພິເສດ ຫວຽດນາມ-ລາວ.

 

ໃນກອງປະຊຸມ ສະຫາຍ ເຢືອງ ວັນ ຖ໋າຍໄດ້ກ່າວວ່າ: ກອງປະຊຸມມື້ນີ້ ກໍແມ່ນກອງປະຊຸມເລີ່ມຕົ້ນທີ່ສໍາຄັນ ຂອງການນໍາສອງແຂວງ ໃນການພົບປະເປັນການເສີມຂະຫຍາຍຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ປຶກສາຫາລື ບັນດາມາດຕະການຊຸກຍູ້ ການຈັດຕັ້ງປະຕິບັດບັນດາເນື້ອໃນ ແລະ ບັນດາບັນຫາທີ່ກ່ຽວຂ້ອງຂອງສອງຝ່າຍ ບົນຈິດໃຈຂອງຜູ້ຕາງໜ້າສອງຝ່າຍໄດ້ແລກປ່ຽນປະສົບການໃນຂົງເຂດວຽກງານກໍສ້າງພັກ, ອໍານາດການປົກຄອງ, ພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມທຸກຍາກ, ຝຶກອົບຮົມໃຫ້ພະນັກງານ; ຮັບປະກັນວຽກງານປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ

ແຂວງບັກຢາງໄດ້ຟື້ນຟູປີ 1997 ມາຮອດປະຈຸບັນພັກ-ລັດ ໄດ້ມີຄວາມເຂັ້ມແຂງວຽກງານດ້ານອຸດສາຫະກໍາທີ່ທັນສະໄໝ ແລະ ເຊື່ອມຕໍ່ກັບສາກົນ ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ ພະຍາຍາມເອົາໃຈໃສ່ໃນການພັດທະນາຊີວິດການເປັນຢູ່ ແລະ ບັນລຸໝາກຜົນທີ່ດີ ເຊິ່ງໃນກອງປະຊຸມໄດ້ລາຍງານຫຼາຍບັນຫາ ນອກນັ້ນ ທັງສອງຝ່າຍໄດ້ເຫັນດີເປັນເອກະພາບ ກ່ຽວກັບ ການຈັດຕັ້ງປະຕິບັດເນື້ອໃນການເຄື່ອນໄຫວແຕ່ນີ້ ຫາ ປີ 2025 ໃນ 6 ຂົງເຂດຄື: ພົບປະຄະນະ, ແລກປ່ຽນປະສົບການຕົວຈິງ, ຕອບສະໜອງການຮ່ວມມືດ້ານກະສິກໍາ, ສາທາລະນະສຸກ, ການສຶກສາ ແລະ ກໍ່ສ້າງ ພ້ອມກັນນັ້ນ, ກໍ່ໄດ້ເນັ້ນໃສ່ວຽກງານສຶກສາ ພົວພັນເຖິງຄວາມສາມັກຄີມິດຕະພາບ ລະຫວ່າງ ສອງປະເທດ ແລະ ສອງແຂວງຂອງພວກເຮົາ.

ນອກຈາກເນື້ອໃນຂອງກອງປະຊຸມແລ້ວ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ຍັງໄດ້ສະເໜີຕໍ່ແຂວງບັ໋ກຢາງ ກ່ຽວກັບ ເມືອງໜຶ່ງ ຂອງແຂວງໄຊສົມບູນ ແຮກສ່ຽວກັບ ເມືອງໜຶ່ງຂອງແຂວງບັ໋ກຢາງ ແນະນໍາໃຫ້ສອງຝ່າຍໄປມາເປັນປະຈໍາ ບໍ່ແມ່ນປີລະເທື່ອ ແລະ ຍັງໄດ້ສະເໜີໃຫ້ການນໍາແຂວງບັ໋ກຢາງຊ່ວຍກໍ່ສ້າງ 3 ວຽກຄື: ວຽກໂຮງຮຽນການເມືອງ-ການປົກຄອງ; ສວນສາທາລະນະຫໍຫຼັກເມືອງ ແລະ ວຽກຊົນລະປະທານນໍ້າມາງ ເມືອງທ່າໂທມ.

ສຸດທ້າຍ ກອງປະຊຸມ ສະຫາຍ ເຢືອງ ວັນ ຖ໋າຍ ໃຫ້ຮູ້ຕື່ມວ່າ ເນື້ອໃນການພົບປະໃນມື້ນີ້ ພຽນແຕ່ແມ່ນການເວົ້າຢູ່ໃນເອກະສານ ສໍາຄັນແມ່ນຕ້ອງລົງມືປະຕິບັດຕົວຈິງຈຶ່ງຈະເເຕກດອກອອກຜົນ ອີກເທື່ອໜຶ່ງສະຫາຍ ເຢືອງ ວັນ ຖ໋າຍ ຍັງໄດ້ເວົ້າວ່າ ວຽກຊົນລະປະທານນໍ້າມາງມີຄວາມໝາຍດ້ານຍຸດທະສາດ, ມີຄວາມສໍາຄັນຫຼາຍໃນການພັດທະນາດ້ານກະສິກໍາຂອງແຂວງໄຊສົມບູນ ແຂວງບັ໋ກຢາງໄດ້ເອກະພາບເອົາໃສ່ແຜນການຮ່ວມມື, ໃຫ້ບັນລຸຄາດໝາຍໃນປີ 2030 ແລະ ອີກບໍ່ດົນນີ້ຈະສົ່ງນັກຊ່ຽວຊານມາສໍາຫຼວດວຽກຊົນລະປະທານນີ້ ໃນກອງປະຊຸມ, ບັນດາຜູ້ແທນໄດ້ເປັນສັກຂີພິຍານໃນການເຊັນບົດບັນທຶກຂອບການຮ່ວມມື ລະຫວ່າງ ກອງບັນຊາການ ປກສ ແຂວງບັ໋ກຢາງ ແລະ ກອງບັນຊາການ ປກສ ແຂວງໄຊສົມບູນ.

ຂໍ້ມູນ: MediaLAOS

ບົດຄວາມຫຼ້າສຸດ

ພົບປະສອງຝ່າຍ ປະທານປະເທດລາວ-ປະທານາທິບໍດີ ອາແຊັກໄບຊານ ທີ່ຣັດເຊຍ

ໃນວັນທີ 23 ຕຸລາ 2024, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອິວຮາມ...

ຄວາມຄືບໜ້າໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ ສີໄຄ-ສີເກີດ

ການປັບປຸງ ແລະ ສ້ອມແປງເສັ້ນທາງ 13 ເໜືອ ແຕ່ເສັ້ນທາງເຂດບ້ານສີໄຄ, ເມືອງສີໂຄດຕະບອງ ຫາ ເຂດບ້ານສີເກີດ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ. ມາຮອດປັດຈຸບັນມີຄວາມຄືບໜ້າແລ້ວ 66%, ຄາດວ່າຈະສ້າງໃຫ້ສຳເລັດຕາມແຜນການໃນເດືອນມີນາ...

ພະຍາກອນອາກາດແຕ່ເວລາ 12 ໂມງ ຂອງວັນທີ 24/10/2024 ເຖິງເວລາ 12 ໂມງຂອງວັນທີ 25/10/2024

ຄວາມກົດດັນສູງຂອງອາກາດເຢັນຍັງແຜ່ລົງມາປົກຄຸມຢູ່ເຂດພາກເໜືອ ຫາ ພາກກາງຂອງປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດເຢັນພ້ອມມີໝອກບາງປົກຫຸ້ມ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ຈະມີລົມພັດ ແຮງຢູ່ບາງທ້ອງຖິ່ນ ສໍາລັບພາຍຸ ທາມີ...

ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອປັບປຸງສະໜາມບິນສາກົນວັດໄຕ

ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຫາກໍ່ຜ່ານມາເມື່ອບໍ່ດົນມານີ້, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາໂຄງການຊ່ວຍ ເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງສະໜາມບິນສາກົນວັດໄຕ (The Project...