spot_img
Homeຂ່າວຕ່າງປະເທດໄປເດັນປະກາດໃຫ້ເງິນຊ່ວຍເຫຼືອແກ່ຢູເຄຣນ 700 ລ້ານໂດລາ

ໄປເດັນປະກາດໃຫ້ເງິນຊ່ວຍເຫຼືອແກ່ຢູເຄຣນ 700 ລ້ານໂດລາ

Published on

ຈາກການລາຍງານຂອງ ຣອຍເຕີ ໄດ້ລາຍງາວ່າ: ໃນວັນພຸດ ທີ 1 ມິຖຸນາ ທີ່ຜ່ານມານີ້ ທ່ານ ໂຈ ໄບເດັນ ປະທານາທິບໍດີສະຫະລັດອາເມຣິກາ ປະກາດ​ເງິນ​ຊ່ວຍ​ເຫຼືອ​ 700 ລ້ານ​ໂດ​ລາ​ສະຫະລັດ​ໃຫ້​ແກ່​ຢູ​ເຄຣນ ເຊິ່ງລວມມີ​ລະບົບ​ລູກ​ສອນ​ໄຟ​ປືນ​ໃຫຍ່​ເຄື່ອນ​ທີ່​ສູງ, ​ເຊິ່ງສາມາດ​ຍິງ​ເປົ້າໝາຍ​ໄດ້​ໄກ​ເຖິງ 80 ກິ​ໂລ​ແມັດ.

ທ່ານ ໄບເດັນ ໄດ້ກ່າວວ່າ: ສະຫະລັດຈະຮ່ວມມືກັບຢູເຄຣນ, ສືບຕໍ່ການສະໜອງອາວຸດ ແລະ ອຸປະກອນ ເພື່ອປ້ອງກັນຢູເຄຣນ.

ທ່ານ ໄບເດັນ ໄດ້ປະກາດແຜນການທີ່ຈະໃຫ້ລະບົບລູກສອນໄຟ (HIMARS) ແກ່ຢູເຄຣນ ຫຼັງຈາກໄດ້ຮັບການຮັບຮອງຈາກ Kyiv ວ່າຈະບໍ່ໃຊ້ພວກມັນເພື່ອໂຈມຕີເປົ້າໝາຍພາຍໃນດິນແດນຂອງຣັດເຊຍ. ທ່ານ ໄບເດັນ ໄດ້​ວາງ​ເງື່ອນ​ໄຂ​ເພື່ອ​ພະຍາຍາມ​ຫຼີກ​ເວັ້ນບໍ່​ໃຫ້​ສົງຄາມ​ຢູ​ເຄຣນ​ເພີ່ມທະວີຮຸນແຮງ​ຂຶ້ນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...