Homeຂ່າວທ້ອງຖິ່ນເຊັນບົດບັນທຶກການຮ່ວມມືມິດຕະພາບ ລະຫວ່າງແຂວງໄຊຍະບູລີ, ຫຼວງພະບາງ, ຫົວພັນ ແລະ ແຂວງກວາງນິງ ສສ ຫວຽດນາມ

ເຊັນບົດບັນທຶກການຮ່ວມມືມິດຕະພາບ ລະຫວ່າງແຂວງໄຊຍະບູລີ, ຫຼວງພະບາງ, ຫົວພັນ ແລະ ແຂວງກວາງນິງ ສສ ຫວຽດນາມ

Published on

ພິທີເຊັນບົດບັນທຶກຮ່ວມມືໄລຍະ 5 ປີ (2022-2026) ລະຫວ່າງບັນດາແຂວງໄຊຍະບູລີ, ແຂວງຫຼວງພະບາງ, ແຂວງຫົວພັນ ແຫ່ງ ສປປ ລາວ ກັບແຂວງກວາງນິງ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນດ້ວຍລະບົບທາງໄກ ໃນວັນທີ 31 ພືດສະພາ 2022 ນີ້ ໂດຍຫົວໜ້າຄະນະຜູ້ແທນບັນດາແຂວງ ຂອງ ສປປ ລາວມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ສະຫາຍ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ, ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ, ຝ່າຍ ສສ ຫວຽດນາມມີ ສະຫາຍ ຫງວຽນ ຊວນ ກີ້, ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກວາງນິງ. ເປັນກຽດເຂົ້າຮ່ວມກອງປະຊຸມມີ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາຫວຽດນາມ, ສະຫາຍ ຫງວຽນ ເຕື້ອງ ວັນ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງກວາງນິງ, ສະຫາຍ ຫງວຽນ ດັ້ງ ຮຸ່ງ, ຫົວໜ້າກົງສຸນໃຫ່ຍຫວຽດນາມ ທີ່ຫຼວງພະບາງ. ສະເພາະແຂວງໄຊຍະບູລີໄດ້ຈັດຂຶ້ນທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການປົກຄອງແຂວງໄຊຍະບູລີ ເຂົ້າຮ່ວມໃນກອງປະຊຸມທາງໄກຜ່ານລະບົບອອນລາຍຄັ້ງນີ້ມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາກໍາມະການປະຈໍາພັກແຂວງ, ຄະນະພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ ແລະ ກົມກອງ.

ໃນໂອກາດທີ່ມີຄວາມໝາຍທີ່ເປັນມິດຕະພາບ ບັນດາເຈົ້າແຂວງ 4 ແຂວງ ໄດ້ຜັດປ່ຽນກັນລາຍງານສະພາບໂດຍຫຍໍ້ ຂອງແຕ່ລະແຂວງໃຫ້ກັນໄດ້ຮັບຊາບ ພ້ອມທັງໄດ້ລາຍງານບັນດາໝາກຜົນການຮ່ວມມືກັນທັງ 4 ແຂວງໃນໄລຍະປີ 2017-2021 ເປັນຕົ້ນທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ເພື່ອແນໃສ່ເພີ່ມພູນຄູນສ້າງສາຍພົວພັນຄວາມສາມັກຄີພິເສດ, ມິດຕະພາບ ແລະ ການຮ່ວມມື ລະຫວ່າງບັນດາແຂວງຫົວພັນ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງກວາງນິງ ໃນໄລຍະປີ 2022-2026 ບົນພື້ນຖານຄວາມສະເໝີພາບສອດຄ່ອງກັບກົດໝາຍທັງສອງປະເທດ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດ ເພື່ອເຮັດໃຫ້ການຮ່ວມມືໃນຂົງເຂດເສດຖະກິດ-ສັງຄົມ, ສຶກສາ, ສາທາ ແລະ ວັດທະນະທໍາ-ສັງຄົມ ເພີ່ມພູນຄູນສ້າງມິດຕະພາບການຮ່ວມມືສາມັກຄີແບບພິເສດໃນປີ 2022-2026 ທັງ 4 ແຂວງ ຫຼືສອງປະເທດ ລາວ-ຫວຽດນາມ ຈະຕ້ອງເປັນເອກະພາບກັນເຫັນດີແຕ່ລະຝ່າຍ ຈັດຕັ້ງການຢ້ຽມຢາມມິດຕະພາບ ນໍາໂດຍການນໍາແຂວງເປັນຫົວໜ້າຄະນະ 02 ປີ/ 1ຄັ້ງ ໂດຍພັດປ່ຽນກັນເປັນເຈົ້າພາບລະຫວ່າງສອງຝ່າຍ 03 ແຂວງພາກເໜືອລາວ ແລະ ແຂວງກວາງນິງ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ພົບປະຖອດຖອນບົດຮຽນຢູ່ໃນບັນດາຂົງເຂດພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ວຽກງານກໍ່ສ້າງພັກ, ອົງການປົກຄອງ.

ໂດຍແຕ່ລະຝ່າຍສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດການສຶກສາ-ກໍ່ສ້າງ, ວັດທະນະທໍາ, ທ່ອງທ່ຽວ, ເສດຖະກິດ, ການຄ້າ ແລະ ບັນດາຂົງເຂດອື່ນໆທີ່ແຕ່ລະຝ່າຍມີຄວາມສົນໃຈ, ສືບຕໍ່ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ບັນດາອົງການຈັດຕັ້ງມະຫາຊົນ, ຫົວໜ່ວຍທຸລະກິດຂອງແຕ່ລະຝ່າຍ ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືຕົວຈິງ, ເອົາໃຈໃສ່ເປັນພິເສດເພື່ອຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືທາງດ້ານເສດຖະກິດ, ຈັດບັນດາກິດຈະກຳເຄື່ອນໄຫວສົ່ງເສີມການລົງທຶນ, ການຄ້າ, ທ່ອງທ່ຽວ ບົນພື້ນຖານຕາມທ່າແຮງບົ່ມຊ້ອນຂອງແຕ່ລະຝ່າຍ.

ແຕ່ລະປີ ແຂວງກວາງນິງ ຈະສືບຕໍ່ຊ່ວຍຮັບກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແກ່ບັນດາແຂວງ: ຫົວພັນ, ຫຼວງພະບາງ, ໄຊຍະບູລີ, ແຂວງລະ 20 ທຶນ ໄປຮຽນລະດັບປະລິນຍາຕີ, ຊັ້ນສູງ ຢູ່ບັນດາໂຮງຮຽນມະຫາວິທະຍາໄລ, ວິທະຍາໄລ ຂອງແຂວງກວາງນິງ. ແຂວງກວາງນິງ ຈະຄົ້ນຄວ້າພິຈາລະນາຊ່ວຍເຫຼືອງົບປະມານບາງໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ຈໍາເປັນ ໃຫ້ແກ່ບັນດາແຂວງຂອງລາວ ແລະ ແຕ່ລະຝ່າຍເຫັນດີເປັນເອກະພາບມອບໃຫ້ພະແນກການຕ່າງປະເທດຂອງແຕ່ລະແຂວງ ເປັນເສນາທິການ ແລະ ປະສານສົມທົບກັບບັນດາຂັ້ນ, ພະແນກການໃນການຈັດຕັ້ງປະຕິບັດ. ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ພ້ອມກັບບັນດາແຂວງທີ່ເຂົ້າຮ່ວມ ໄດ້ຮ່ວມລົງນາມເຊັນບົດບັນທຶກຮ່ວມມືກັນຢ່າງເປັນທາງການ.
ຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...