spot_img
Homeຂ່າວພາຍ​ໃນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍລົດລັດ

ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍລົດລັດ

Published on

ໃນວັນທີ 30 ພຶດສະພາ 2022 ໃນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພຶດສະພາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ລາຍງານ ເລື່ອງການຈັດຕັ້ງປະຕິບັດ ດຳລັດສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງ ເຫັນວ່າ ມີຄວາມຄືບໜ້າດີ, ທັງນີ້ ກໍ່ເພື່ອເປັນການຜັນຂະຫຍາຍ ບຸກທະລຸປະຕິບັດນະໂຍບາຍປະຢັດ ເພື່ອມີທຶນຮອນເຂົ້າໃສ່ການພັດທະນາ ແລະ ແກ້ໄຂຄວາມທຸກຍາກ ທັງເປັນການຄຸ້ມຄອງຊັບສິນຂອງລັດເຂົ້າສູ່ລະບຽບການ, ໃນນັ້ນ ໄດ້ສຳເລັດການອອກຄຳແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດ ດຳລັດ ວ່າດ້ວຍລົດຂອງລັດ, ປັບປຸງແບບຟອມສະ ຖິຕິລົດແຕ່ລະປະເພດ; ສຳເລັດການເຜີຍແຜ່ ດຳລັດ 599/ລບ ແລະ ນິຕິກໍາທີ່ກ່ຽວຂ້ອງ ໃຫ້ບັນດາກະຊວງ ແລະ ອົງ ການຈັດຕັ້ງ ພັກ-ລັດ ຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຈໍານວນ 5 ຄັ້ງ ໂດຍການເຜີຍແຜ່ໃຫ້ບັນດາກະຊວງ ແລະ ຂະແໜງການ ແມ່ນຈັດຢູ່ນະຄອນຫຼວງວຽງຈັນ, ສ່ວນຢູ່ທ້ອງຖິ່ນແມ່ນຈັດຢູ່ ແຂວງບໍລິຄໍາໄຊ, ແຂວງຈໍາປາສັກ, ແຂວງຫຼວງນໍ້າທາ ແລະ ແຂວງຫຼວງພະບາງ. ການຍົກສູງປະສິດທິຜົນ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ທີ່ບໍ່ຈຳເປັນ ໂດຍການຄຸ້ມຄອງລົດຂອງລັດ ໃຫ້ມີຄວາມເປັນເອກະພາບ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາໃນການຈັດຕັ້ງປະຕິບັດຕົວຈິງ.

ພາຍຫຼັງທີ່ໄດ້ສໍາເລັດກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ໃນຄັ້ງວັນທີ 17 ພຶດສະພາ 2022 ແມ່ນສາມາດຈັດຕັ້ງປະຕິບັດໄດ້ບັນດາໜ້າວຽກ ເປັນຕົ້ນ ໄດ້ດຳເນີນການຖອນລົດປະຈໍາຕໍາ ແໜ່ງຈຳນວນ 10 ຄັນ ຈາກການນຳລະດັບສູງ; ພ້ອມດຽວກັນ ກໍໄດ້ຈັດສັນ ລົດທີ່ໄດ້ຖອນມາແລ້ວ ແລະ ທີ່ມີຢູ່ ໃຫ້ບັນດາກະຊວງ, ແລະ ອົງການຈັດຕັ້ງ ພັກ-ລັດ ທີ່ຍັງຂາດເຂີນ ຈຳນວນ 17 ຄັນ; ກະຊວງການເງິນ ໄດ້ສຳເລັດໂດຍພື້ນຖານການອອກແບບສະຕິກເກີ ລົດຮັບໃຊ້ບໍລິຫານລວມ ແລະ ລົດຮັບໃຊ້ວຽກງານວິຊາສະເພາະ ເພື່ອຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.

ສະເພາະຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ສຳເລັດການຈັດ ຕັ້ງປະຕິບັດດຳລັດ 599/ລບ ໂດຍພື້ນຖານ ເຊິ່ງໃນນີ້ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີລົດເກັງຄັນດຽວ ສ່ວນລົດຈິບ ແມ່ນໄດ້ຖອນເຂົ້າບັນຊີລວມແລ້ວ; ຮອງລັດຖະມົນຕີ 02 ທ່ານ ໄດ້ສືບຕໍ່ນຳໃຊ້ລົດເກັງ ແຄມມະລີ 2.0, ອີກ 02 ທ່ານ ແມ່ນຍັງບໍ່ທັນມີລົດປະຈຳຕຳແໜ່ງ, ຮອງລັດຖະມົນຕີ ທັງ 04 ທ່ານ ບໍ່ມີຄົນຂັບລົດປະຈຳ ຍົກເວັ້ນກໍ ລະນີລົງທ້ອງຖິ່ນ ແມ່ນນຳໃຊ້ລົດຮັບໃຊ້ວຽກທາງລັດຖະການ ຈຶ່ງມີພະນັກງານຂັບລົດ; ໄດ້ຊຳລະສະສາງລົດປະຈຳຕຳແໜ່ງຂັ້ນກົມ 27 ຄັນ, ຂັ້ນກົມໄປວຽກທາງການ ຢູ່ສູນກາງ ແລະ ທ້ອງຖິ່ນ ແມ່ນນຳໃຊ້ລົດຮັບໃຊ້ທາງລັດຖະການປະເພດລົດຕູ້, ກະບະ, ລົດເກັງ ແລະ ລົດຈິບຂະໜາດນ້ອຍ. ນອກຈາກນັ້ນ ໄດ້ນຳໃຊ້ສະຕິເກີ ລົດຮັບໃຊ້ວຽກທາງການ ຕິດໃສ່ຈຳນວນ 10 ຄັນໃນນີ້ ມີລົດຕູ້ 05 ຄັນ, ລົດເກັງ 03 ຄັນ ແລະ ລົດກະບະ 02 ຄັນ ແລ້ວ.

ສຳລັບວຽກຈຳນວນໜຶ່ງທີ່ຕ້ອງເຮັດສຳເລັດ ພາຍໃນເດືອນ ມິຖຸນາ 2022 ແມ່ນຈະໄດ້ສືບຕໍ່ເກັບກໍາສະຖິຕິລົດແຕ່ລະປະເພດຈາກທຸກພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ ຢ່າງລະອຽດ ໂດຍແຕ່ງຕັ້ງທີມງານວິຊາການລົງຕິດຕາມ ແລະ ກວດກາຂໍ້ມູນສະຖິຕິລົດຕົວຈິງ ຢູ່ນຳແຕ່ລະພາກສ່ວນ; ສືບຕໍ່ຈັດສັນປະເພດລົດບໍລິຫານ ແລະ ລົດວິຊາສະເພາະ, ຖອນ ແລະ ຊຳລະສະສາງ ລົດແຕ່ລະປະເພດຢູ່ຂັ້ນສູນກາງ. ທັງໝົດນັ້ນ ກໍເພື່ອສືບຕໍ່ຈັດຕັ້ງປະຕິບັດດຳລັດວ່າດ້ວຍລົດຂອງລັດ ໃຫ້ສຳເລັດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ- ການເງິນ ໃຫ້ເປັນຮູບປະທຳຕົວຈິງ, ປະກອບສ່ວນເຂົ້າໃນການຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ແລະ ຈຳກັດລາຍຈ່າຍງົບປະມານ ທີ່ບໍ່ຈຳເປັນ ໃນການຄຸ້ມຄອງລົດຂອງລັດ ໃຫ້ມີຄວາມເປັນເອກະພາບລວມ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ.

ແຫຼ່ງຂ່າວຈາກ ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...