spot_img
Homeຂ່າວຢາເສບຕິດມອບ-ຮັບຂອງກາງຢາເສບຕິດປະເພດ ຢາບ້າຈຳນວນ 914.000 ເມັດ

ມອບ-ຮັບຂອງກາງຢາເສບຕິດປະເພດ ຢາບ້າຈຳນວນ 914.000 ເມັດ

Published on

ໃນວັນທີ 25 ພຶດສະພາ 2022 ນີ້ ຢູ່ທີ່ສູນບັນຊາການທະ ຫານແຂວງ ລະຫວ່າງກອງບັນ ຊາການທະຫານແຂວງສະຫວັນ ນະເຂດກັບກອງບັນຊາການ ປກສ ແຂວງ ໄດ້ຈັດພິທີມອບ-ຮັບຂອງກາງຢາເສບຕິດປະເພດ ຢາບ້າຈຳນວນ 457 ມັດເທົ່ກັບ 914.000 ເມັດ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນ ໂທ ຄຳຜົງ ພັນວິໄລ ລາດສະຍົນ ຄະນະພັກ ຫົວໜ້າຫ້ອງເສນາກອງ ບັນຊາການທະຫານ ແຂວງສະຫວັນນະເຂດ, ສະຫາຍ ພັນໂທ ວົງຄຳ ອິນທະບານ ຮອງກອງ ບັນຊາການ ປກສ ແຂວງມີພະແນກທະຫານຊາຍແຂວງ, ພະແນກຢາເສບຕິດ ປກສ ແຂວງ ເຂົ້າຮ່ວມ.

ຢາບ້າຈຳນວນດັ່ງກ່າວ, ແມ່ນເຈົ້າໜ້າທີ່ທະຫານຊາຍແດນ 326 ທະຫານແຂວງສະຫວັນນະເຂດ ຢຶດໄດ້ໃນວັນທີ 24 ພຶດສະພາ 2022 ທີ່ຜ່ານມາ ທີ່ກຳລັງຈະຖືກນໍາໄປ ປະເທດໄທຢູ່ເຂດບ້ານໜອງບົວ ທ່າເມືອງສອງຄອນ ແຂວງສະຫວັນນະເຂດ ເຊິ່ງເຈົ້າ ຂອງຢາເສບຕິດ ແມ່ນໄດ້ຫຼົບໜີ.

ໃນໂອກາດດັ່ງກ່າວນີ້, ກອງບັນຊາການທະຫານແຂວງ ສະຫວັນນະເຂດ ຍັງໄດ້ເຮັດບົດບັນທຶກການມອບ-ຮັບຢາເສບຕິດ ດັ່ງກ່າວໃຫ້ກອງບັນຊາການ ປກສ ແຂວງ ຢ່າງເປັນທາງການ.

ແຫຼ່ງຂ່າວ: ສະຫວັນພັດທະນາ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...