spot_img
Homeຂ່າວພາຍ​ໃນໂຄງການຂຸດຄົ້ນແຮ່ຫາຍາກ ແຫ່ງທຳອິດ ຂອງປະເທດລາວ

ໂຄງການຂຸດຄົ້ນແຮ່ຫາຍາກ ແຫ່ງທຳອິດ ຂອງປະເທດລາວ

Published on

ຈາກການລາຍງານຂອງ ຂ່າວສານ ພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານວ່າ: ທ່ານ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ຢ້ຽມຢາມ ໂຄງການຂຸດຄົ້ນທົດລອງແຮ່ຫາຍາກ ແຫ່ງທຳອິດ ຂອງປະເທດລາວ.

ໃນວັນທີ 23 ພຶດສະພາ 2022 ທີ່ຜ່ານມາ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ແລະ ພະນັກງານທີ່ກ່ຽວຂ້ອງ ໄດ້ລົງມາຢ້ຽມຢາມ ແລະ ຊຸກຍູ້ວຽກງານໂຄງການຂຸດຄົ້ນທົດລອງແຮ່ຫາຍາກ ຂອງບໍລິສັດ ຊຸ້ນຕາ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ ແລະ ໂຄງການສຳຫຼວດແຮ່ຫາຍາກ ຂອງບໍລິສັດ ຕົງລີ້ເສີ້ງ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ ໂດຍມີການຕ້ອນຮັບຂອງ ທ່ານ ອະພິຊາດ ແສງມະນີ ຮອງປະທານບໍລິສັດ.

ທ່ານ ອະພິຊາດ ໄດ້ກ່າວຄຳຂອບໃຈ ພ້ອມທັງໄດ້ລາຍງານຫຍໍ້ວຽກງານໃນໄລຍະຜ່ານມາວ່າ: ໂຄງການຂຸດຄົ້ນທົດລອງແຮ່ຫາຍາກ ແລະ ສຳຫຼວດແຮ່ຫາຍາກ ເປັນໂຄງການຮ່ວມມືລະຫວ່າງ ບໍລິສັດ ແລະ ລັດວິສາຫະກິດ ພັດທະນາແຮ່ທາດລາວ ໄດ້ເຊັນສັນຍາ ກັບ ລັດຖະບານ ແຫ່ງ ສປປ ລາວ ໃນຄັ້ງວັນທີ 21 ມັງກອນ 2022 ໂດຍປະກອບມີ 2 ສັນຍາ ຄື: ສັນຍາສຳປະທານການຂຸດຄົ້ນທົດລອງແຮ່ຫາຍາກ ໃນເນື້ອທີ່ 3 ກມ2 ຢູ່ເຂດບ້ານປຸງ-ບ້ານນາຂື່ ເມືອງຜາໄຊ ແຂວງຊຽງຂວາງ ອາຍຸສຳປະທານ 3 ປີ ແລະ ສັນຍາສຳປະທານການສຳຫຼວດແຮ່ຫາຍາກ ໃນເນື້ອທີ່ 25,28 ກມ2 ຢູ່ເຂດບ້ານປຸງ-ບ້ານນາຂື່ ເມືອງຜາໄຊ ແຂວງຊຽງຂວາງ ອາຍຸສຳປະທານ 3 ປີ 6 ເດືອນ, ສຳລັບຄວາມຄືບໜ້າຂອງໂຄງການມາຮອດປັດຈຸບັນ ແມ່ນໄດ້ສຳເລັດການສ້າງອ່າງ ເພື່ອກະກຽມຂຸດຄົ້ນ ຈຳນວນ 30 ອ່າງ ພ້ອມທັງການເດີນທໍ່ສົ່ງນ້ຳແຮ່ແຕ່ລະຂະໜາດ, ສຳເລັດການຊີເຈາະດ້ວຍຕານ່າງ 2 x 2 ແມັດ ໃນເນື້ອທີ່ປະມານ 1 ເຮັກຕາ ແລະ ເລີ່ມວາງທໍ່ ເພື່ອກະກຽມການປ່ອຍນ້ຳຢາເພື່ອໝ່າເອົາແຮ່, ກຳລັງດຶງຕາຂ່າຍໄຟຟ້າ 22 ກິໂລໂວນ ເຂົ້າຫາໂຄງການຂຸດຄົ້ນ ແລະ ການຂໍນຳເຂົ້າສານເຄມີ ເພື່ອມາຮັບໃຊ້ໃນວຽກງານການຂຸດຄົ້ນ ນຳພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ.

ເຊິ່ງທາງໂຄງການຄາດຄະເນວ່າ ຈະໃຫ້ໄດ້ທຳການຂຸດຄົ້ນແຮ່ຫາຍາກ ໃນເດືອນກໍລະກົດ 2022 ນີ້ ເພື່ອສ້າງລາຍຮັບໃຫ້ລັດຖະບານ ແລະ ບໍລິສັດ.

ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ມີຄຳເຫັນວ່າ: ໂຄງການດັ່ງກ່າວນີ້ ແມ່ນໂຄງການທຳອິດ ທີ່ລັດຖະບານລາວ ໄດ້ອະນຸຍາດໃຫ້ຂຸດຄົ້ນທົດລອງແຮ່ຫາຍາກ ໂດຍແມ່ນ ລັດວິສາຫະກິດ ພັດທະນາແຮ່ທາດລາວ ຕາງໜ້າເຂົ້າຖືຫຸ້ນແທນລັດຖະບານ. ເຊິ່ງໃນໄລຍະຜ່ານມາເຫັນວ່າ ປະເທດເຮົາ ແມ່ນຍັງບໍ່ທັນມີປະສົບການກ່ຽວກັບແຮ່ຫາຍາກ ເຊິ່ງມັນຈະເປັນການຊ່ວຍສ້າງບຸກຄະລາກອນ ໂດຍສະເພາະແມ່ນພະນັກງານວິຊາການພາກລັດເຮົາ ຈະໄດ້ຮຽນຮູ້ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງເທິງຂັ້ນຕອນກຳມະວິທີການຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກ ເພື່ອຈະໄດ້ນຳເອົາຄວາມຮູ້ດັ່ງກ່າວ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງກັບໂຄງການອື່ນໆ ແລະ ທ່ານ ຍັງໄດ້ຍ້ອງຍໍຊົມເຊີຍ ທີ່ໂຄງການໄດ້ເອົາໃຈໃສ່ ຈົນມີຫຼາຍໜ້າວຽກໄດ້ເຮັດສຳເລັດ ແລະ ກຳລັງດຳເນີນການຢູ່.

ການນຳກະຊວງ ແລະ ຄະນະ ຍັງໄດ້ແນະນຳໃຫ້ໂຄງການ ເອົາໃຈໃສ່ບັນຫາສິ່ງແວດລ້ອມ ໂດຍໃຫ້ມີຜົນກະທົບໃຫ້ໜ້ອຍທີ່ສຸດ, ສ້າງຄວາມເຂົ້າໃຈໃຫ້ກັບປະຊາຊົນທີ່ອາໄສຢູ່ໃນບໍລິເວນເຂດພື້ນທີ່ຕໍ່ກັບໂຄງການ, ສ້າງວຽກເຮັດງານທຳໂດຍນຳໃຊ້ແຮງງານທ້ອງຖິ່ນເປັນຫຼັກ ເພື່ອໃຫ້ເຂົາເຈົ້າມີລາຍໄດ້, ມີຊິວິດເປັນຢູ່ດີຂື້ນ ແລະ ຄະນະ ຍັງໄດ້ໄປຢ້ຽມຊົມພາກສະໜາມຕົວຈິງ ໂດຍສະເພາະ ອ່າງກະກຽມຂຸດຄົ້ນແຮ່ຫາຍາກ, ເບິ່ງພາກສະໜາມການຊີເຈາະ ແລະ ເບິ່ງການທົດລອງຫາແຮ່ຫາຍາກຂັ້ນເບື້ອງຕົ້ນຕື່ມອີກ.

 

 

 

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...