Homeຂ່າວຕ່າງປະເທດເກົາຫຼີໃຕ້-ຍີ່ປຸ່ນສົ່ງເຮືອບິນເຈັດ ສະກັດເຮືອບິນຮົບຂອງຈີນ-ຣັດເຊຍ

ເກົາຫຼີໃຕ້-ຍີ່ປຸ່ນສົ່ງເຮືອບິນເຈັດ ສະກັດເຮືອບິນຮົບຂອງຈີນ-ຣັດເຊຍ

Published on

ເກົາຫຼີໃຕ້ ແລະ ຍີ່ປຸ່ນ ສົ່ງເຮືອບິນເຈັດເຂົ້າສະກັດເຮືອບິນຮົບຂອງຈີນກັບຣັດເຊຍ ເຊິ່ງກຳລັງຊ້ອມຮົບຮ່ວມກັນໃນທະເລທາງຕະເວັນອອກ ໂດຍອ້າງວ່າເຮືອບິນຂອງທັງ 2 ປະເທດນັ້ນເຂົ້າໃກ້ນ່ານຟ້າ.

ໃນວັນທີ 24 ພຶດສະພາ ຄະນະເສນາທິການທະຫານຮ່ວມຂອງເກົາຫຼີໃຕ້ (JCS) ໄດ້ເປີດເຜີຍວ່າ: ພວກເຂົາສົ່ງເຮືອບິນເຈັດຂຶ້ນບິນເພື່ອປ້ອງກັນເຫດການບັງເອີນທີ່ອາດຈະເກີດຂຶ້ນ ຫຼັງຈາກພົບວ່າເຮືອບິນຮົບຂອງຈີນຫຼາຍກວ່າ 4 ລຳ ກັບເຮືອບິນຮົບຣັດເຊຍອີກ 4 ລຳ ບິນເຂົ້າສູ່ເຂດປ້ອງກັນທາງອາກາດຂອງພວກເຂົາ.

JCS ເຮັດໃຫ້ຮູ້ວ່າ ເຮືອບິນດັ່ງກ່າວເປັນເຮືອບິນຂັບໄລ່ ແລະ ເປັນເຮືອບິນທີ່ສາມາດຖິ້ມລະເບີດໄດ້ ໄດ້ບິນເຂົ້າ-ອອກຈາກເຂດສະແດງຕົນເພື່ອການປ້ອງກັນທາງອາກາດ (ADIZ) ຂອງພວກເຂົາໃນທະເລຍີ່ປຸ່ນ ຫຼື ທະເລຕະເວັນອອກ, ຢ່າງໄດກໍຕາມ JCS ຢືນຢັນວ່າເຮືອບິນຮົບຂອງຈີນກັບຣັດເຊຍບໍ່ໄດ້ຮຸກຮານນ່ານຟ້າຂອງພວກເຂົາແຕ່ຢ່າງໃດ.

ລັດຖະມົນຕີກະຊວງປ້ອງກັນປະເທດຂອງຍີ່ປຸ່ນ ເຮັດໃຫ້ຮູ້ວ່າ: ພວກເຂົາກໍສົ່ງເຮືອບິນເຈັດອອກປະຕິບັດ ຫຼັງຈາກເຮືອບິນຮົບຂອງຈີນກັບຣັດເຊຍເຂົ້າໃກ້ນ່ານຟ້າຂອງປະເທດ, ເຊິ່ງລາວເຊື່ອວ່າເປັນຄວາມພະຍາຍາມຍົ່ວຍຸໃນຊ່ວງທີ່ໂຕກຽວເປັນເຈົ້າພາບຈັດການປະຊຸມສຸດຍອດຂອງຊາດສະມາຊິດກຸ່ມຄວາມໝັ່ນຄົງ QUAD ປະກອບມີ ອັອດສະເຕເລຍ, ອິນເດຍ, ຍີ່ປຸ່ນ ແລະ ອາເມຣິກາ.

ນີ້ແມ່ນການເຝິກສ້ອມທະຫານຮ່ວມກັນລະຫວ່າງຣັດເຊຍ ແລະ ຈີນເປັນຄັ້ງທຳອິດ, ໂດຍນັກວິໄຈເບິ່ງວ່າ ຈີນຍິນດີຮ່ວມມືກັບຣັດເຊຍ ໃນເລື່ອງການທະຫານ ແລະ ພ້ອມຊ່ວຍຣັດເຊຍປົກປ້ອງດ້ານຕະເວັນອອກ ນຂະນະທີ່ມອສໂກກຳລັງຕໍ່ສູ້ໃນຝັ່ງຕະເວັນຕົກ.

ແຫຼ່ງຂ່າວຈາກຂ່າວຕ່າງປະເທດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...