Homeຂ່າວຕ່າງປະເທດທ່ານ ແອນໂທນີ ອາວບານີສ ນາຍົກລັດຖະມົນຕີຄົນທຳອິດຂອງອອສເຕເລຍ ຈາກພັກແຮງງານ

ທ່ານ ແອນໂທນີ ອາວບານີສ ນາຍົກລັດຖະມົນຕີຄົນທຳອິດຂອງອອສເຕເລຍ ຈາກພັກແຮງງານ

Published on

ທ່ານ ແອນໂທນີ ອາວບານີສ ຈາກພັກແຮງງານຊຶ່ງເປັນຝ່າຍຄ້ານ ຊະນະການເລືອກຕັ້ງຜູ້ນຳອອສເຕເລຍເມື່ອວັນເສົາ ທີ 21 ພຶດສະພາ 2022 ທີ່ຜ່ານມາ ຕຽມຂຶ້ນເປັນນາຍົກລັດຖະມົນຕີຄົນໃໝ່  ແລະ ເປັນອັນສິ້ນສຸດການຄອງອຳນາດຂອງລັດຖະບານອານຸລັກນິຍົມ-ເສລີນິຍົມໄວ້ທີ່ 9 ປີ.

ຜົນການນັບຄະແນນເບື້ອງຕົ້ນຂອງການເລືອກຕັ້ງທົ່ວໄປໃນປະເທດອອສເຕເລຍ ລະບຸວ່າ: ພັກແຮງງານ (Labor party) ຂອງ ທ່ານ ແອນໂທນີ ອາວບານີສ ຊຶ່ງເປັນຝ່າຍຄ້ານ ສາມາດຊະນະເໜືອພັນທະມິດພັກອານຸລັກນິຍົມ-ເສລີນິຍົມ ໄດ້ເປັນຄັ້ງທຳອິດໃນຮອບ 9 ປີ ໂດຍ ທ່ານສະກອດ ມໍລິສັນ ນາຍົກລັດຖະມົນຕີ ໄດ້ອອກມາຍອມຮັບຄວາມພ່າຍແພ້ໃນຄັ້ງນີ້ແລ້ວ.

ທັງນີ້ ທ່ານ ແອນໂທນີ ຈະເປັນນາຍົກລັດຖະມົນຕີຄົນທຳອິດຂອງອອສເຕເລຍ ທີ່ບໍ່ໄດ້ສືບເຊື້ອສາຍຈາກຊາວອັງກິດ ຊຶ່ງລາວເປັນໜຶ່ງໃນນັກການເມືອງທີດຳລົງຕຳແໜ່ງມາຍາວນານທີ່ສຸດຂອງອອສເຕເລຍ ສຳລັບນະໂຍບາຍທີ່ລາວໄດ້ປະກາດໄວ້ໃນຊ່ວງຫາສຽງນັ້ນໄດ້ລະບຸວ່າ: ການເຮັດໃຫ້ສະພາອອສເຕເລຍສະທ້ອນ ຄວາມເປັນອອສເຕເລຍສະໄໝໃໝ່ ການປົກປ້ອງລະບົບສາທາລະນະສຸກ ໂດຍບໍ່ຄິດຄ່າໃຊ້ຈ່າຍຂອງປະເທດ ສະໜັບສະໜູນກຸ່ມຄົນຫຼາກຫຼາຍທາງເພດ ແລະ ເດີນນ້າຫຼຸດຜ່ອນການປ່ອຍແກ໊ສເຮືອນແກ້ວ ຊຶ່ງພາລະກິດທຳອິດຂອງທ່ານຄືການເຂົ້າຮ່ວມການປະຊຸມສຸດຍອດກຸ່ມ ຄວດ (QUAD) ທີ່ເມືອງໂຕກຽວ ປະເທດຍີ່ປຸ່ນ ຮ່ວມກັບຜູ້ນຳອີກ 3 ປະເທດຄື: ສະຫະລັດອາເມລິກາ, ຍີ່ປຸ່ນ ແລະ ອິນເດຍ.

ຢ່າງໃດກໍຕາມ ທ່ານ ແອນໂທນີ ຈະສາບານຕົນເຂົ້າຮັບຕຳແໜ່ງເປັນຜູ້ນຳອອສເຕເລຍຄົນໃໝ່ໃນມື້ນີ້ (23 ພິຶດສະພາ 2022) ໂດຍການນັບຄະແນນເບື້ອງຕົ້ນຊີ້ວ່າ ພັກແຮງງານຂອງຕົນໄດ້ເລືອກສະມາຊິກສະພາຜູ້ແທນລາດສະດອນ 72 ບ່ອນນັ່ງຈາກທັງໝົດ 151 ບ່ອນນັ່ງຂາດພຽງ 4 ບ່ອນນັ່ງເທົ່ານັ້ນ. ໃນຂະນະທີ່ກຸ່ມພັນທະມິດນຳຖດຍພັກເສລີນິຍົມຂອງນາຍົກລັດຖະມົນຕີ ສະກອດ ມໍລິສັນ ໄດ້ພຽງ 21 ບ່ອນນັ່ງສ່ວນອີກ 10 ບ່ອນນັ່ງເປັນຂອງພັກອື່ນ ແລະ ອີກ 18 ບ່ອນນັ່ງຍັງຕັດສິນບໍ່ໄດ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...