spot_img
Homeຂ່າວການສຶກສານັກສຶກສາໄທປ່ຽນໄປ ນຸ່ງສີ້ນໄໝໄປຮຽນ

ນັກສຶກສາໄທປ່ຽນໄປ ນຸ່ງສີ້ນໄໝໄປຮຽນ

Published on

 

ວັນທີ 8 ພະຈິກ 2014 ທີ່່ຜ່ານມາ ເຟສບຸກ ສຸລິນ 108 ດັອດຄອມ ຂອງຊາວສຸລິນ ໄດ້ແຊຮູບພາບນັກຮຽນ-ນັກສຶກສາວິທະຍາໄລອາຊີວະສຶກສາ ຈັງຫວັດສຸລິນ ນຸ່ງສີ້ນໄໝໄປຮຽນ ເຊິ່ງພາຍຫຼັງທີ່ຮູບພາບດັ່ງກ່າວຖືກເຜີຍແຜ່ ຜູ້ຄົນທີ່່ໄດ້ເຫັນຂ່າວຕ່າງກໍຊື່ນຊົມ ແລະສົ່ງຕໍ່ຮູບພາບດັ່ງກ່າວຢ່າງກວ້າງຂວາງ.

ການແຕ່ງໂຕຂອງນັກສຶກສາດັ່ງກ່າວ ຖ້າເບິ່ງຄ່າແອວຂຶ້ນເທິງຈະຫຼົງວ່າເປັນນັກສຶກສາລາວ ເຊິ່ງປະກອບດ້ວຍການນຸ່ງເສື້ອຂາວ, ເອົາເສື້ອເຂົ້າໃນ, ມັດກາລະວັດ ແລະປ່ອຍຜົມ. ທີ່ຕ່າງແດ່ນັ້ນແມ່ນສີ້ນໄໝມັດໝີ່ບໍ່ມີຕີນ (ນັກສຶກສາລາວຈະນຸ່ງສີ້ນດຳມີຕີນ), ນຸ່ງລ່າມກວ່ານັກສຶກສາລາວ, ການນຸ່ງຍັງບໍ່ຄ່ອຍຮຽບຮ້ອຍດີ ແລະທ່າທາງຍັງເຂີນກັບການນຸ່ງສີ້ນໄໝ.

ມີຜູ້ຮູ້ໃຫ້ຂໍ້ມູນວ່າ ການແຕ່ງກາຍດັ່ງກ່າວນັ້ນ ແມ່ນເປັນນະໂຍບາຍຂອງຜູ້ບໍລິຫານ ການສຶກສາອາຊີວະຈັງຫວັດສຸລິນ ເພື່ອເປັນການອະນຸລັກແລະສົ່ງເສີມ ວັດທະນະທຳແລະສີໄມ້ລາຍມື ອັນເປັນມໍລະດົກຂອງທ້ອງຖິ່ນ. ການແຕ່ງໂຕແບບດັ່ງກ່າວນັ້ນແມ່ນ ໃຫ້ແຕ່ງສະເພາະແຕ່ວັນສຸກ ເພາະວັນສຸກຢູ່ວິທະຍາໄລ ມີການໃສ່ບາດແລະຟັງເທດເປັນປະຈຳ ສ່ວນວັນທີອື່ນໆນັ້ນຍັງຄົງນຸ່ງຖື ເຄື່ອງແບບຂອງສະຖາບັນໄວ້ຄືເກົ່າ.

0E552F4F2035468AB86A0EC64F3A1DEA

57248530BE7943B8B36D11B6AF3C4274

A474B93A37BE43559B695591B8A3ADBC

EC9E162CB18E4BFE8E1B3EE245F11D5A

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...