spot_img
Homeຂ່າວຕ່າງປະເທດອົງການ USAID ເສີມຂະຫຍາຍການຮ່ວມມືກັບ ສປປ ລາວ

ອົງການ USAID ເສີມຂະຫຍາຍການຮ່ວມມືກັບ ສປປ ລາວ

Published on

ທີ່ນະຄອນຫຼວງວຽງຈັນ, ສປປ ລາວ – ທ່ານນາງ ອິໂຊເບວ ໂຄນ ຮອງຜູ້ບໍລິຫານດ້ານນະໂຍບາຍແລະແຜນໂຄງການຂອງອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ ຫຼື USAID , ໄດ້ຢ້ຽມຢາມ ສປປ ລາວ ໃນຄັ້ງວັນທີ 13-14 ພຶດສະພາ 2022. ການຢ້ຽມຢາມຄັ້ງນີ້ແມ່ນເນັ້ນໃຫ້ເຫັນຄວາມມຸ່ງໝັ້ນຂອງອົງການ USAID ພາຍໃຕ້ ກອບການຮ່ວມມືແບບກວມລວມ ລາວ-ອາເມລິກາ ເຊິ່ງລິເລີ່ມໂດຍປະທານາທິບໍດີ ບາລັກ ໂອບາມາ ແລະ ທ່ານ ບຸນຍັງ ວໍລະຈິດ ໃນປີ 2016.

ກອບການຮ່ວມມືແບບກວມລວມ ລາວ-ອາເມລິກາ ແມ່ນບົນພື້ນຖານຂອງຈຸດປະສົງ ແລະ ຄວາມມຸ່ງໝັ້ນຮ່ວມກັນເພື່ອສ້າງພື້ນຖານສຳລັບອານະຄົດ. ນັບຕັ້ງແຕ່ນັ້ນມາ, ສະຫະລັດອາເມລິກາ ແລະ ສປປ ລາວ ແມ່ນໄດ້ເພີ່ມການຮ່ວມມືທາງດ້ານວຽກງານການພັດທະນາຢ່າງຫຼວງຫຼາຍໃນຫຼາຍຂົງເຂດ ເຊັ່ນ: ວຽກງານສາທາລະນະສຸກ, ການສຶກສາ, ວຽກງານການບໍລິຫານປົກຄອງ, ການເຕີບໂຕຂອງເສດຖະກິດ, ພະລັງງານ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ວ່າງບໍ່ດົນມານີ້, ສ. ອາເມລິກາ ແລະ ສປປ ລາວ ໄດ້ຮ່ວມມືກັນເພື່ອລົບລ້າງພະຍາດລະບາດຂອງພະຍາດໂຄວິດ-19, ການຟື້ນຟູເສດຖະກິດຂອງລາວ ແລະ ການບໍລິການທາງດ້ານສັງຄົມ ໂດຍສະເພາະແມ່ນເນັ້ນໃຫ້ປະຊາຊົນກຸ່ມສ່ຽງ ເຊິ່ງທັງໝົດເຫຼົ່ານີ້ແມ່ນຜົນເນື່ອງມາຈາກພະຍາດໂຄວິດ-19.

ໃນການຢ້ຽມຢາມສປປລາວ, ທ່ານນາງ ອິໂຊເບວ ໂຄນແມ່ນ ໄດ້ພົບປະກັບ ທ່ານ ຕິ່ງ ສຸກສັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອປຶກສາຫາລືການຊ່ວຍເຫຼືອລ້າຂອງ USAID ໃນສປປລາວ ແລະ ຄວາມມຸ່ງໝັ້ນຂອງ USAID ໃນການສະໜັບສະໜູນ ສປປລາວ ໃນການຟື້ນຟູເສດຖະກິດຂອງລາວ ແລະ ຮັບມືກັບຜົນກະທົບຂອງ ພະຍາດໂຄວິດ-19. ທ່ານນາງ ອິໂຊເບວ ໂຄນແມ່ນ ຍັງໄດ້ພົບປະກັບ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເພື່ອໂອ້ລົມກ່ຽວກັບການຮ່ວມມືທາງດ້ານການພັດທະນາທີ່ກຳລັງເຕີບໃຫຍ່ຂະຫຍາຍໂຕ ລະຫວ່າງ ສ. ອາເມລິການ ແລະ ສປປລາວ ເຊິ່ງ ໃນປະຈຸບັນ USAID ກຳລັງ ໃຫ້ການຊ່ວຍເຫຼືອລ້າແກ່ ສປປລາວ ເພື່ອບັນລຸເປົ້າໝາຍຂອງແຜນພັດທະນາເສດຖະກິດສັງຄົມຄັ້ງທີ່ 9.

ທ່ານນາງ ອິໂຊເບວ ໂຄນແມ່ນ ໄດ້ປະກາດທຶນຊ່ວຍເຫຼືອໃໝ່ມູນຄ່າ 2.6 ລ້ານໂດລາ ໃຫ້ແກ່ອົງການ UNICEF ເພື່ອສະໜັບສະໜູນວຽກງານການສຶກສາສຳລັບເດັກນ້ອຍ ເດັກກ່ອນໄວຮຽນ ແລະ ຊັ້ນປະຖົມສຶກສາ ໃນ ສປປລາວ ຮ່ວມກັບ ທ່ານ ສີສຸກ ວົງໄຊ. ທຶນດັ່ງກ່າວ ຈະຖືກນຳໃຊ້ເຂົ້າໃນການການຈັດການກັບບັນຫາທາງດ້ານການສຶກສາທີ່ເກີດຈາກພະຍາດໂຄວິດ-19. ທ່ານນາງ ອິໂຊເບວ ໂຄນແມ່ນ ໄດ້ມອບປຶ້ມແບບຮຽນປໍ 1 ແລະ ປໍ 2 ບໍລິຈາກໂດຍ USAID ໂດຍຜ່ານອົງການຊ່ວຍເຫຼືອເດັກ. 

ການຊ່ວຍເຫຼືອທາງຂົງເຂດການສຶກສາແມ່ນ ການສະໜັບສະໜູນ ຄວາມພະຍາຍາມຂອງລັດຖະບານ ສປປລາວ ໃນການພັດທະນາການສຶກສາຂັ້ນພື້ນຖານ ແລະ ວຽກງານການປັບປຸງທັກສະການອ່ານ ໂດຍສະເພາະແມ່ນເນັ້ນໃສ່ເດັກນ້ອຍທີ່ມີຄວາມສ່ຽງ, ເດັກນ້ອຍຊົນເຜົ່າ ແລະ ເດັກນ້ອຍທີ່ມີຄວາມພິການ.

ທ່ານນາງ ອິໂຊເບວ ໂຄນແມ່ນ ໄດ້ເນັ້ນໃຫ້ເຫັນການສະໜັບສະໜູນບັນດາທຸລະກິດຂະໜາດນ້ອຍ ແລະ ກາງ ໂດຍເນັ້ນໃຊ່ທຸລະກິດຂອງແມ່ຍິງ ໂດຍການປະກາດທຶນຟື້ນຟູເສດຖະກິດມູນຄ່າ 3ລ້ານໂດລາ ໃຫ້ແກ່ສົ່ງເສີມຄວາມອາດສາມາດ ໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ ຮ່ວມກັບ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸສາຫະກຳ ແລະ ການຄ້າ. ໂຄງການນີ້ແມ່ນຈັດຕັ້ງປະຕິບັດໂດຍ ທະນາຄານໂລກ, ໂດຍສະໜັບສະໜູນທຶນໂດຍ ທະນາຄານໂລກ, ອົງການ USAID, ປະເທດອົສຕາລີ ແລະ ໄອແຣນ. ທຶນດັ່ງກ່າວຈະສະໜັບສະໜູນສປປລາວ ໃນການພັດທະນາສີ່ງແວດລ້ອມເພື່ອເອື້ອອຳນວຍໃຫ້ແກ່ທຸລະກິດ ແລະ ຊ່ວຍບັນກາຫົວໜ່ວຍທຸລະກິດໃນການຟື້ນຟູຈາກພະຍາດໂຄວິດ-19. 

ການຊ່ວຍເຫຼືອນີ້ ແມ່ນຄາດວ່າ ຈະເຮັດໃຫ້ເກີດມີການລົງທຶນ, ເພີ່ມການແຂງຂັນຂອງສປປລາວ ແລະ ບັນດາທຸລະກິດຂະໜາດນ້ອຍ ແລະ ກາງ, ແລະ ຈົນໄປເຖິງການສ້າງວຽກເຮັດງານທຳທີ່ມີລາຍໄດ້ສູງສຳລັບຮຸ່ນຕໍ່ໄປ.

ເພື່ອເປັນການຢໍ້າຄືນເຖິງຄວາມມຸ່ງໝັ້ນໃນການກຳຈັດກັບພະຍາດໂຄວິດ-19, ທ່ານນາງ ອິໂຊເບວ ໂຄນແມ່ນ ໄດ້ພົບປະກັບເຈົ້າໜ້າທີ່ດ່ານໜ້າ ແລະ ແພດໝໍສັກວັກຊີນ ທີ່ໂຮງໝໍມິຕະພາບ ແລະ ໄດ້ເບິ່ງການນຳໃຊ້ວັກຊີນ, ເຄື່ອງມືໄອທີ ແລະ ລະບົບລົງທະບຽນອອນລາຍ ທີ່ສະໜັບສະໜູນໂດຍ ສ. ອາເມລິກາ ເຂົ້າໃນການຊ່ວຍເຫຼືອສປປລາວໃຫ້ບັນລຸເປົ້າໝາຍການສັກວັກຊີນໃຫ້ໄດ້80ສ່ວນຮ້ອຍພາຍໃນປີ 2022. ມາຮອດປະຈຸບັນ, ສ. ອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອຫຼາຍກ່ວາ 13ລ້ານໂດລາ ເພື່ອຝຶກອົບຮົມໃຫ້ແກ່ເຈົ້າໜ້າທີ່ສາທາລະນະສຸກ, ບໍລິຈາກເຄື່ອງມືການແພດຈຳເປັນ, ແລະ ວັກຊີນຫຼາຍກ່ວາ 2.7ລ້ານໂດສ ເພື່ອຊ່ວຍເຫຼືອສປປລາວ ໃນການຮັບມືກັບພະຍາດໂຄວິດ-19 ເຊິ່ງສະແດງໃຫ້ເຫັນເຖິງເຈດຈຳນົງຂອງ ປະທານາທິບໍດີໄບເດີນ ທີ່ມີຄວາມມຸ່ງໝັ້ນທີ່ຈະລົບລ້າງພະຍາດໂຄວິດ-19ໃນໂລກ. 

ການສະໜັບສະໜູນຄວາມເຂັ້ມແຂງ ແລະ ການມີສ່ວນຮ່ວມຂອງແມ່ຍິງ ແລະ ປະຊາຊົນບອບບາງ ເຊັ່ນ: ຜູ້ທີ່ມີຄວາມພິການ, ຊົນເຜົ່າ ແລະ ຜູ້ທຸກຍາກ ແມ່ນມີຄວາມສຳຄັນຕໍ່ອົງການ USAID. ໃນວັນເສົາ, ທ່ານນາງ ອິໂຊເບວ ໂຄນແມ່ນ ໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາກົດໝາຍຈຳນວນ 12 ທ່ານ ແລະ ໂອ້ລົມກັບນັກສຶກສາກົດໝາຍ ແລະ ນັກກົດໝາຍເພດຍິງ ເພື່ອປຶກສາຫາລຶືກ່ຽວກັບການຮ່ວມມືລະຫວ່າງ ອົງການ USAID, ກະຊວງຍຸຕິທໍາ ແລະ ມູນິທິເອເຊຍເພື່ອຍົກບົດບາດຂອງແມ່ຍິງໃນການປັບປຸງວຽກງານລັດແຫ່ງກົດໝາຍ. 

ສູນ COPE ແລະ ສູນຟື້ນຟູໜ້າທີ່ການ ໄດ້ຕ້ອນຮັບ ທ່ານນາງ ອິໂຊເບວ ໂຄນແມ່ນ ແລະ ນຳພາຢ້ຽມຢາມອາຄານຟື້ນຟູໜ້າທີ່ກ່ານ, ສູນຝຶກອົບຮົມໃໝ່ທີ່ຮັບການສະໜັບສະໜູນໂດຍອົງການ USAID ແລະ COPE Visitor Center. ທ່ານນາງ ອິໂຊເບວ ໂຄນແມ່ນໄດ້ສົນທະນາກ່ຽວກັບການຊ່ວຍເຫຼືອຂອງອົງການ USAID ທີ່ໄດ້ສະໜັບສະໜູນເພື່ອປັບປຸງຊີວິດການເປັນຢູ່ຂອງຜູ້ທີ່ມີຄວາມພິການໂດຍການປັບປຸງການບໍລິການທາງດ້ານສະທາລະນະສຸກ ແລະ ການແພດຟື້ນຟູໜ້າທີ່ການ, ແລະ ການໃຫ້ໂອກາດທາງດ້ານວຽກເຮັດງານທຳ. 

 

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...