spot_img
Home​ຂ່າວບັນເທິງສັກ ເຊວ ສຸດດີໃຈໄດ້ລູກແຝດຊາຍ

ສັກ ເຊວ ສຸດດີໃຈໄດ້ລູກແຝດຊາຍ

Published on

1452193_10205254846396934_7858720375028802703_n

1969181_727996310626696_3933100644338626197_n

ອາທິສັກ ຣັຕະນະວົງ ຫຼື ສັກ ວົງເຊວ ນັກສິລະປິນເພງຣັອກຊື່ດັງທີ່ສຸດຂອງລາວ ສຸດດີໃຈທີ່ພັນລະຍາຂອງເຂົາໄດ້ໃຫ້ກຳເນີດລູກແຝດສຸດໜ້າຮັກສອງຄົນ ເປັນຊາຍໝົດ.

ສັກ ໄດ້ກ່າວວ່າ: ເຂົາສຸດທີ່ດີໃຈ ທີ່ມີບຸນວາດສະໜາໄດ້ລູກແຝດທີ່ສຸດແສນໜ້າຮັກສອງຄົນ ເປັນຊາຍທັງສອງ ແລະໄດ້ໃສ່ຊື່ໃຫ້ແກ່ລູກທັງສອງແລ້ວ ຄືແຝດອ້າຍ ຊື່ ອາລິຍະສັກ ຣັຕະນະວົງ (ໄມຕີ້) ແປວ່າ:ຈອມພະລັງ, ເກີດໃນວັນທີ 31/10/2014 ເວລາ 11:56 ໂມງ ນ້ຳໜັກ 2575 ກລາມ
ແລະ ແຝດນ້ອງ ຊື່ ອາລິຍະສິດ ຣັຕະນະວົງ (ແມັຕຊີ) ແປວ່າ: ຂອງຂັວນຈາກພະເຈົ້າ ເກີດໃນວັນ 31/10/2014 ເວລາ 11:57ໂມງ ນ້ຳໜັກ 2102 ກລາມ ແລະມີສຸຂະພາບແຂງແຮງສົມບູນທັງສອງຄົນ.

ສັກ ໄດ້ເວົ້າຕື່ມວ່າ: ມັນເປັນຄວາມປາຖະໜາຂອງຫຼາຍໆ ຄົນທີ່ຢາກມີລູກແຝດ ເຊັ່ນດຽວກັບຕົນເອງ ທີ່ມີລູກສາວແລ້ວ ກໍຍັງຢາກໄດ້ລູກຊາຍ ແລະຍິ່ງເປັນເລື່ອງທີ່ດີໃຈຫຼາຍທີ່ໄດ້ລູກແຝດນຳອີກ.
1511250_727996127293381_4733753074973429048_n

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...