spot_img
Homeຂ່າວພາຍ​ໃນລນລ ເຊັນສັນຍາ ຊື້-ຂາຍ ນ້ຳມັນ ກັບ ໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ

ລນລ ເຊັນສັນຍາ ຊື້-ຂາຍ ນ້ຳມັນ ກັບ ໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ

Published on

ໃນວັນທີ 11 ພຶດສະພາ 2022 ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ (ລນລ) ໄດ້ເຊັນສັນຍາຊື້-ຂາຍນ້ຳມັນກາຊວນ 10 ລ້ານລິດຕໍ່ເດືອນ ກັບໂຮງງານປຸງແຕ່ງນໍ້າມັນເຊື້ອໄຟຍອດງື່ມພາວເວີ ຈຳກັດ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ແລະ ທ່ານ ສົມຫວັງ ຄຸລຸຣັດ ຜູ້ອຳນວຍການ ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ພາວເວີ ຈໍາກັດ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີເຈົ້າແຂວງຊຽງຂວາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ສົມຫວັງ ຄຸລຸຣັດ ໄດ້ກ່າວວ່າ: ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ສ້າງຕັ້ງຂຶ້ນໃນເດືອນພະຈິກ 2021 ດ້ວຍທຶນຈົດທະບຽນ 100 ຕື້ກີບ, ຕັ້ງຢູ່ບ້ານຍອດງື່ມ ເມືອງແປກ ແຂວງຊຽງຂວາງ, ດຳເນີນທຸລະກິດດ້ານປຸງແຕ່ງນ້ຳມັນເຊື້ອໄຟ, ມີກຳລັງການຜະລິດ-ປຸງແຕ່ງນໍ້າມັນກາຊວນ ເບື້ອງຕົ້ນ 10 ລ້ານລິດ/ເດືອນ, ຖ້າມີຄວາມຮຽກຮ້ອງຕ້ອງການຂອງສັງຄົມເພີ່ມຂຶ້ນ ທາງໂຮງງານສາມາດເພີ່ມກຳລັງການຜະລິດເປັນ 30 ລ້ານລິດ/ເດືອນ, ໃນປັດຈຸບັນ, ໂຮງງານຢູ່ໃນຂັ້ນຕອນກຽມການຜະລິດ ຄາດວ່າຈະອອກຈໍາໜ່າຍສູ່ສັງຄົມ ໃນທ້າຍເດືອນພຶດສະພາ 2022 ນີ້.

ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ພາວເວີ ມີຄວາມພ້ອມສະໜອງນ້ຳມັນກາຊວນໃຫ້ແກ່ສັງຄົມ ທີ່ກຳລັງເປັນກະແສຮ້ອນແຮງໃນເວລານີ້ ໂດຍກໍານົດເອົາແຂວງຫລວງພະບາງ ເປັນຈຸດພັກນໍ້າມັນ ເພື່ອເຮັດໜ້າທີ່ກະຈາຍນໍ້າມັນ ຂອງລັດວິສະຫະກິດນໍ້າມັນເຊື້ອໄຟລາວ ໄປສູ່ບັນດາແຂວງພາກເໜືອໄດ້ຢ່າງທົ່ວເຖິງ. ສໍາລັບແຜນການໃນອະນາ ຄົດ ໃນເດືອນກັນຍາ 2022 ພວກເຮົາຈະຂະຫຍາຍການຜະລິດໄປສູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ.

ທັງນີ້ກໍເພື່ອປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ກ່ຽວກັບການສະໜອງນ້ຳມັນເຊື້ອໄຟ ໃຫ້ພຽງພໍກັບຄວາມຕ້ອງການຊົມ ໃຊ້ຂອງສັງຄົມ ແລະ ມີລາຄາຖືກລົງກວ່າໃນປັດຈຸບັນ ໂດຍໄດ້ນຳໃຊ້ແທັກໂນໂລຊີ ເຄື່ອງຈັກທີ່ທັນສະໄໝຈາກ ປະເທດອິຕາລີ ແລະ ຄວບຄຸມການຜະລິດ, ຄຸນນະພາບ ຕາມມາດຕະ ຖານ ASTM D975, ໂຮງງານ ໄດ້ນໍາໃຊ້ທ່າເຮືອຫງີ້ເສິນ (Nghi Son) ແຂວງ ແທັງຮວາ ສສ ຫວຽດນາມ ເປັນບ່ອນຮັບນໍ້າມັນທີ່ເປັນວັດຖຸດິບ ແລະ ນໍ້າມັນສໍາເລັດຮູບ ທີ່ມາຈາກຕ່າງປະເທດ ແລະ ຈະນໍາເຂົ້າຜ່ານດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວາງ ໂດຍມີໄລຍະທາງຈາກທ່າເຮືອ ຫາ ໂຮງງານ ພຽງແຕ່ 380 ກິໂລແມັດ, ຖືວ່າມີໄລຍະທາງໃກ້ກວ່າ ການນຳເຂົ້າຈາກປະເທດໄທຫລາຍສົມຄວນ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...