spot_img
Homeຂ່າວຕ່າງປະເທດຍານທຽນໂຈວ-4 ຖືກສົ່ງຂຶ້ນສູ່ອາວະກາດສຳເລັດ

ຍານທຽນໂຈວ-4 ຖືກສົ່ງຂຶ້ນສູ່ອາວະກາດສຳເລັດ

Published on

ອຮີງຕາມການລາຍງານ​ຂ່າວ​ຈາກ China Media Group (CMG) ​ລາ​ຍງານ​ວ່າ:ວັນ​ທີ 11​ ພຶດສະພາ​ນີ້ ຍານ​ຂົນ​ສົ່ງ ​ເຄື່ອງ​ໃຊ້ຈຳ​ປັນ Tianzhou-4 ຖືກ​ປ່ອຍ ຂຶ້ນ​ສູ່​ອາ​ວະ​ກາດ ດ້ວຍ​ຈະ​ຫລວດ ຂົນ​ສົ່ງ Long March-7 Y5 ຈາກ​ຖານ​ປ່ອຍຍານ​ອາ​ວະ​ກາດ Wenchang​ ແຂວງ Hainan ພາກ​ໃຕ້​ຂອງ​ຈີນ ​ໂດຍ​ທຽບ​ທ່າກັບ​ໂຄງການ ກໍ່ສ້າງ​ ສະຖານີ ​ອາ​ວະ​ກາດ​ຈີນ ຮຽບຮ້ອຍ​ແລ້ວ.

 

ສຳລັບ Tianzhou-4 ​ເປັນ​ຍານ​ຂົນ​ສົ່ງ ​ເຄື່ອງ​ໃຊ້​ຈຳ​ເປັນ ​ມີ​ນ້ຳໜັກ 13,5​ໂຕນ​ ໂດຍ​ບັນທຸກ​ສິນຄ້າ​ໄດ້ 6,9​ໂຕນ ຊຶ່ງ​​ເປັນ​ຍານ​ຂົນ​ສົ່ງ​ ສະບຽງ​ອາຫານ ສຳລັບ​ການ​ດຳລົງ ​ຊີວິດ ​ຂອງ​ນັກ​ບິນ ອາ​ວະ​ກາດ​ໃໝ່ ​ໃນ​ພາລະກິດ 6​ເດືອນ, ບັນທຸ​ ອາ​ໄຫລ່ ສຳລັບ ສຳລັບ​ບຳລຸງ​ ຮັກສາ ສະຖານີ ​ອາ​ວະ​ກາດ ​ແລະ ອຸປະກອນ ການຄົ້ນຄວ້າ ​ອາ​ວະ​ກາດ ລວມທັງ ​​ແນວ​ພັນ​ພືດ​ຕ່າງໆ ​​ເປັນຕົ້ນ: ​ແກ່ນສາລີ​ ແລະ ຖົວ​ເຫລືອງ ທີ່​ເກັບ​ມາ​ຈາກ ມະຫາວິ​ທະຍາ​ໄລ ຕ່າງໆ ມາ​ທົດ​ລອງ ​ໃນ​ອາ​ວະ​ກາດ​ ອີກ​ດ້ວຍ.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...