Homeຂ່າວຕ່າງປະເທດນາຍົກສີລັງກາຍື່ນໃບລາອອກຈາກຕຳແໜ່ງ ຫຼັງບໍ່ສາມາດແກ້ໄຂວິກິດພາຍໃນປະເທດໄດ້

ນາຍົກສີລັງກາຍື່ນໃບລາອອກຈາກຕຳແໜ່ງ ຫຼັງບໍ່ສາມາດແກ້ໄຂວິກິດພາຍໃນປະເທດໄດ້

Published on

ນາຍົກລັດຖະມົນຕີ ສີລັງກາ ປະກາດລາອອກຈາກຕຳແໜ່ງ ຫຼັງພະເຊີນການປະທ້ວງຕໍ່ຕ້ານລັດຖະບານດົນເປັນອາທິດ ໂດຍຫຼ້າສຸດເກີດເຫດການປະທະກັນລະຫວ່າງ ຝ່າຍສະໜັບສະໜູນ-ຕໍ່ຕ້ານ ເສຍໍີວິດ 5 ຄົນ ແລະ ບາດເຈັບ 180 ຄົນ.

ໃນວັນທີ 9 ພິຶດສະພາ 2022 ຜູ້ສື່ຂ່າວລາຍງານວ່າ: ການປະທ້ວງການຕໍ່ຕ້ານລັດຖະບານ ໃນສີລັງກາທີ່ທະວີຄວາມຮຸນແຮງຫຼາຍຂຶ້ນ ເຮັດໃຫ້ທາງການປະກາດສະຖານະການສຸກເສີນ ແລະ ກອງທັບລະດົມກຳລັງທະຫານກະຈາຍໄປທົ່ວເມືອງໂຄລຳໂບເພື່ອຄວບຄຸມສະຖານະການ ແຕ່ກັບເຮັດໃຫ້ສະຖານະການຍິ່ງມີຄວາມຮຸນແຮງເພີ່ມຂຶ້ນ ເມື່ອກຸ່ມທີ່ສະໜັບສະໜູນລັດຖະບານປະທະກັບຝ່າຍຕໍ່ຕ້ານ ທີ່ປັກຫຼັກຢູ່ໜ້າທຳນຽບປະທານາທິບໍດີໃນເມືອງໂຄລຳໂບ ເຫດການກໍ່ການຮ້າຍປະທ້ວງເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະ ບາດເຈັບ 180 ຄົນ.

ຫຼັງເກີດເຫດການດັ່ງກ່າວ ທ່ານ ມະຫິນທາ ຣາຊປັກສາ ນາຍົກລັດຖະມົົນຕີສີລັງກາ ໄດ້ຍື່ນໃບລາອອກ ໃຫ້ກັບໂກຕາໂບຍາ ຣາຊປັກສາ ປະທານາທິບໍດີ ຊຶ່ງເປັນນ້ອງຊາຍຂອງເຂົາເອງ ພ້ອມລະບຸວ່າ ເພື່ອເປີດທາງໃຫ້ມີການຈັດຕັ້ງລລັດຖະບານເອກະພາບທີ່ໃຫ້ທຸກພັກການເມືອງໄດ້ເຂົ້າມາມີສ່ວນຮ່ວມ.

ທັງນີ້ສີລັງການເກີດການປະທ້ວງທົ່ວປະເທດມາດົນເປັນອາທິດ ເນື່ອງຈາກປະຊາຊົນບໍ່ພໍໃຈການເຮັດວຽກຂອງລັດຖະບານ ທີ່ບໍ່ສາມາດຮັບມືກັບວິກິດການໃນປະເທດໄດ້ ຈຶ່ງເຮັດໃຫ້ເກີດພາວະຂາດແຄນພະລັງງານ ແລະ ນ້ຳມັນ ຄ່າຄອງຊີບສູງ ກາຍເປັນວິກິດທີ່ຮຸນແຮງໃນຮອບ 74 ປີ ນັບຕັ້ງແຕ່ສີລັງກາໄດ້ຮັບເອກະລາດຈາກອັງກິດ.

ທີ່ມາ:Thai PBS

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...