Homeຂ່າວຕ່າງປະເທດUNSC ອອກຖະແຫຼງການສະບັບທຳອິດກໍລະນີ ຣັດເຊຍ ເຂົ້າຮຸກຮານ ຢູເຄຣນ

UNSC ອອກຖະແຫຼງການສະບັບທຳອິດກໍລະນີ ຣັດເຊຍ ເຂົ້າຮຸກຮານ ຢູເຄຣນ

Published on

ສະພາຄວາມໝັ້ນຄົງສະຫະປະຊາຊາດ ເຜີຍແຜ່ຖະແຫຼງການສະບັບທຳອິດ ຫຼັງເກິດຄວາມຂັດແຍ່ງລະຫວ່າງຣັດເຊຍ-ຢູເຄຣນ ຢຶນຍັນນສະໜັບສະໜູນແນວທາງການແກ້ໄຂບັນຫາຢ່າງສັນຕິ.

ໃນວັນທີ 7 ພຶດສະພາ 2022 ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະພາຄວາມໝັ້ນຄົງສະຫະປະຊາຊາດ(UNSC) ອອກຖະແຫຼງການສະບັບທຳອິດຕໍ່ກໍລະນີ ຣັດເຊຍ ເຂົ້າຮຸກຮານ ຢູເຄຣນ ຕັ້ງແຕ່ປາຍເດືອນ ກຸມພາ ທີ່ຜ່ານມາ ສະແດງຄວາມກັງວົນຢ່າງຍິ່ງໃນເລື່ອງສັນຕິພາບ ແລະ ຄວາມໝັ້ນຄົງຂອງຢູເຄຣນ.

ຖະແຫຼງການດັ່ງກ່າວໄດ້ລະບຸວ່າ: ສະພາຄວາມໝັ້ນຄົງມີຄວາມກັງວົນຢ່າງຍິ່ງຕໍ່ການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ຊຶ່ງຍ້ຳເຕືອນ ໃຫ້ປະເທດສະມາຊິກທັງໝົດຍຶດໝັ້ນໃນໜ້າທີ່ພາຍໃຕ້ກົດແຫ່ງສະຫະປະຊາຊາດ ເພື່ອລະງັບຄວາມພິດພາດລະຫວ່າງປະເທດ ດ້ວຍສັນຕິວິທີ ພ້ອມສະໜັບສະໜູນຄວາມພະຍາຍາມຂອງເລຂາທິການສະຫະປະຊາຊາດໃນການຄົ້ນຫາແນວທາງແກ້ໄຂບັນຫາຢ່າງສັນຕິ.

ທ່ານ ອັນໂຕນິໂອ ກູເຕີເຮສ ເລຊາທິການສະຫະປະຊາຊາດ ກ່າວຕໍ່ຖະແຫຼງການດັ່ງກ່າວໂດຍລະບຸວ່າ ຈະບໍ່ຫຼຸດຄວາມພະຍາຍາມ ໃນການຮັກສາຊີວິດ ບັນເທົາຄວາມທຸກຍາກ ແລະ ຄົ້ນຫາແນວທາງສັນຕິພາບ.

ທັງນີ້ UNSC ມີສະມາຊິກ 15 ປະເທດ ປະກອບໄປດ້ວຍສະມາຊິກ 2 ປະເພດ ຄື: ສະມາຊິກຖາວອນ 5 ປະເທດ ໄດ້ແກ່ ສະຫະລັດອາເມລິກາ, ອັງກິດ, ຝຮັ່ງ, ຈີນ, ແລະ ຣັດເຊຍ ແລະ ສະມາຊິນບໍ່ຖາວອນ 10 ປະເທດ ໂດຍສະມາຊິກຖາວອນຈະມີສິດໃນກນໃຊ້ອຳນາດ ວີໂຕ້ ຊຶ່ງໝາຍການລົງຄະແນນສຽງບໍ່ເຫັນດີ ເພື່ອຍັບຍັ້ງມະຕິຕ່າງໆໃນກອງປະຊຸມ ເທົ່າກັບວ່າມະຕິດັ່ງກ່າວບໍ່ໄດ້ຮັບການຮັບຮອງຈາກທີ່ປະຊຸມ ເນື່ອງຈາກຕາມທີ່ລະບຸໄວ້ໃນກົດແຫ່ງສະຫະປະຊາຊາດ ການຕັດສິນໃຈຂອງ UNSC ຈຳເປັນຕ້ອງໄດ້ຮັບການເຫັນດີເປັນເອກະພາບຈາກສະມາຊິດຖາວອນທັງໝົດ.

ແຫຼ່ງຂ່າວ: Today

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...