spot_img
Homeຂ່າວພາຍ​ໃນຄະນະສະເພາະກິດແຂວງສະຫວັນນະເຂດ ເຄື່ອນຍ້າຍຄົນເຈັບ ແລະ ອຸປະກອນການເເພດ ອອກຈາກໂຮງໝໍສະໜາມຫຼັກ9.

ຄະນະສະເພາະກິດແຂວງສະຫວັນນະເຂດ ເຄື່ອນຍ້າຍຄົນເຈັບ ແລະ ອຸປະກອນການເເພດ ອອກຈາກໂຮງໝໍສະໜາມຫຼັກ9.

Published on

ໃນປັດຈຸບັນນີ້ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ມີທ່າອ່ຽງຫຼຸດລົົງຫຼາຍເວົ້າສະເພາະພາຍໃນແຂວງສະຫວັນນະເຂດ ເພາະສະນັ້ນໃນວັນທີ 4 ພຶດສະພາ 2022 ຜ່ານມານີ້ ຫ້ອງວ່າການແຂວງ ແລະ ພະແນກສາທາລະນະສຸກແຂວງ ຮ່ວມກັບພາກສ່ວນອົງການຈັດຕັ້ງມະຫາຊົນພາຍໃນພະແນກ, ໂຮງໝໍແຂວງ ແລະ ວິທະຍາໄລ ວິທະຍາສາດ ສຸຂະພາບ ສະຫວັນນະເຂດ ( ວສສ ) ຮ່ວມກັບເຄື່ອນຍ້າຍອຸປະກອນການເເພດ, ຄົນເຈັບ ແລະ ອຸປະກອນອຳນວຍຄວາມສະດວກຕ່າງໆ ທີ່ຢູໂຮງໝໍສະໜາມຫຼັກ9 ກັບຄືນໂຮງໝໍແຂວງ.

ສຳລັບອັດຕາການສັກວັກຊິນກັນພະຍາດໂຄວິດ-19 ພາຍໃນແຂວງສະຫວັນນະເຂດ ເຊີ່ງເປີເຊັນການສັກເຂັມທີ 1 ແມ່ນເທົ່າກັບ 65% ເທົ່າກັບ 715.956 ຄົນ, ເປີເຊັນການສັກເຂັມທີ 2ເເມ່ນເທົ່າກັບ 54% ເທົ່າກັບ 592.005 ຄົນ. ຍ້ອນເຫດຜົນດັ່ງກ່າວ ຈຳນວນຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ກໍ່ບໍ່ມີອາການຮຸນແຮງ ແລະ ຄົນເຈັບທີ່ເຂົ້າຮັບການປີ່ນປົວຢູ່ໂຮງໝໍສະໜາມຫຼັກ 9 ກໍ່ຫຼຸດລົງຫຼາຍຈາກໃນເມື່ອກ່ອນ.

ດັ່ງນັ້ນຄະນະສະເພາະກິດຂັ້ນແຂວງ ຈື່ງເຫັນດີເຄື່ອນຍ້າຍຄົນເຈັບທີ່ເຂົ້າມາປີ່ນປົວຢູ່ໂຮງໝໍສະໜາມຫຼັກ9 ຍ້າຍມາຢູ່ຕຶກໂຣກຊາ ໂຮງໝໍແຂວງສະຫວັນນະເຂດ ເພື່ອໃຫ້ເເທດເໝາະກັບສະພາບການໃນປັດຈຸບັນ ແລະ ຮັບປະກັນໄດ້ເຖິງມາດຕະການການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.
ຂໍ້ມູນ: ສາທາລະນະສຸກ ແຂວງສະຫວັນນະເຂດ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...