spot_img
Homeຂ່າວພາຍ​ໃນຮອງນາຍົກລັດຖະມົນຕີ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ.

ຮອງນາຍົກລັດຖະມົນຕີ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ.

Published on

ໃນວັນທີ 3 ພຶດສະພາ 2022 ນີ້ ທ່ານ ປອ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ,ເລຂາພັກແຂວງ,ເຈົ້າແຂວງວຽງຈັນ,ພ້ອມດ້ວຍຄະນະ.

ການລົງເຄື່ອນໄຫວຊຸກຍູ້ວຽກງານຂອງຮອງນາຍົກລັດຖະມົນຕີຄັ້ງນີ້ ໂດຍເລີ່ມຈາກການລົງຕິດຕາມຊຸກຍູ້ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຂອງບໍລິສັດເຟິສ໌ ແປຊິຟິກ ມາຍນິ້ງ ລາວຈຳກັດ ຢູ່ບ້ານ ຊວ່າງ ເມືອງວັງວຽງ ໂດຍໄດ້ຮັບຟັງການລາຍງານຫຍໍ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວຈາກ ທ່ານ ວົງວິຈິດ ນິດຕິບູນ ຜູ້ອຳນວຍການບໍລິສັດເຟິສ໌ ແປຊິຟິກ ມາຍນິ້ງ ລາວຈຳກັດ ເຊິ່ງໂຄງການນີ້ແມ່ນການລົງທຶນພາຍໃນຂອງຄົນລາວ, ຜ່ານການຈັດຕັ້ງປະຕິບັດ ບໍລິສັດໄດ້ສົ່ງອອກແຮ່ໄປແລ້ວປະມານ 250.000 ໂຕນແຮ່, ໄດ້ມອບພັນທະໃຫ້ລັດຖະບານໄປແລ້ວ 4.000.000 ກວ່າໂດລາ,ເພຶ່ອສືບຕໍ່ໂຄງການ ບໍລິສັດໄດ້ຮັບອານຸຍາດໃຫ້ຂຸດຄົ້ນແຮ່ແບບທົດລອງເຊິ່ງມີຂອບເຂດຂຸດຄົ້ນ 5,8 ເຮັກຕາ ແລະ ໄດ້ມອບພັນທະລ່ວງໜ້າໃຫ້ລັດຖະບານ 1.000.000 ໂດລາ, ສຳລັບເຂດບໍ່ແຮ່ນີ້ ບໍລິສັດໄດ້ສຳຫຼວດເຊິ່ງມີແຮ່ສະສົມປະມານ 1.000.000 ໂຕນແຮ່ ແລະ ບໍລິສັດມີແຜນຜະລິດ ແລະ ປຸງແຕ່ງແຮ່ 30.000 ໂຕນຕໍ່ເດືອນ.

ຫຼັງຈາກນັ້ນທ່ານກໍໄດ້ໄປຢ້ຽມຢາມໂຮງງານຜະລິດໄມ້ອັດທີ່ປູກເອງ ຂອງບໍລິສັດບົວລະພາກະສິກຳປ່າໄມ້ຈຳກັດ ຢູ່ເມືອງຫີນເຫີບ ເພຶ່ອຊຸກຍູ້ສົ່ງເສີມການຜະລິດໄມ້ແປຮູບໄມ້ອັດ ຂອງບໍລິສັດດັ່ງກ່າວໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ຜະລິດເປັນສິນຄ້າໃຫ້ໄດ້ຄຸນນະພາບ, ໄດ້ມາດຕະຖານ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມທັງພາຍໃນ ແລະ ຕ່າງປະເທດ ແລະ ທ່ານຮອງນາຍົກລັດຖະມົນຕີ,ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມໂຄງການຂຸດຄົ້ນຊັບສິນດີຈີຕອນ (ບິດຄອຍ) ຢູ່ເມືອງແກ້ວອຸດົມ ຕື່ມອີກ.
ຂໍ້ມູນ:MediaLAOS

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...