spot_img
Homeຂ່າວພາຍ​ໃນລາວ ກຽມຮັບມືສິນຄ້າຫຼາຍລາຍການປັບລາຄາສູງຂຶ້ນອີກໃນເດືອນ ພຶດສະພາ

ລາວ ກຽມຮັບມືສິນຄ້າຫຼາຍລາຍການປັບລາຄາສູງຂຶ້ນອີກໃນເດືອນ ພຶດສະພາ

Published on

ໃນປະຈຸບັນຫຼາຍປະເທດໄດ້ຮັບຜົນກະທົບຈາກສົງຄາມ ຣັດເຊຍ-ຢູເຄຣນ ບໍ່ວ່າຈະເປັນບັນຫາເງິນເຟີ້, ລາຄານໍ້າມັນເຊື້ອໄຟ ແລະແກ໊ດທີ່ເພີ່ມຂຶ້ນສູງເປັນເຫດໃຫ້ກະທົບຕົ້ນທຶນສິນຄ້າຕໍ່ຫຼາຍປະເທດ ແນ່ນອນເມື່ອຕົ້ນທຶນເພີ່ມຂື້ນ ບໍລິສັດເອງກໍຈຳເປັນຕ້ອງຂື້ນລາຄາສິນຄ້າເພື່ອຄວາມຢູ່ລອດ ສົ່ງຜົນກະທົບໃຫ້ປະເທດລາວທີ່ນຳເຂົ້າສິນຄ້າຈາກໄທ ບໍ່ວ່າຈະເປັນສິນຄ້າອຸປະໂພກ-ບໍລິໂພກ ກວມເອົາ 50% ຂອງມູນຄ່າການນຳເຂົ້າທັງໝົດ ເຮັດໃຫ້ມີການເພີ່ມຂຶ້ນລາຄາສິນຄ້າ ສົ່ງຜົນຕໍ່ຜູ້ບໍລິໂພກປະເທດລາວຈຳເປັນຕ້ອງໄດ້ຊື້ສິນຄ້າທີ່ແພງຂຶ້ນ.

ສຳລັບສິນຄ້າອຸປະໂພກ-ບໍລິໂພກຂອງຫຼາຍບໍລິສັດໃນ ປະເທດໄທ ປັບລາຄາສິນຄ້າຂື້ນໃນວັນທີ 1 ພຶດສະພາ ລັດຖະບານໄທຈະເລີ່ມໃຫ້ເປັນໄປຕາມກົນໄກຕະຫຼາດເທື່ອລະໜ່ອຍ ສົ່ງຜົນເຮັດໃຫ້ເດຶອນນີ້ຫຼາຍບໍລິສັດຈະປັບສິນຄ້າຫຼາຍລາຍການແພງຂື້ນ ເຊັ່ນ:
ແກ໊ດຫຸ້ງຕົ້ມ ຂື້ນເທື່ອລະ 15 ບາດຕໍ່ຖັງ, ໝີ່ມາມ່າ ຂື້ນ 0.5-1 ບາດຕໍ່ຊ່ອງ, ຊ໋ອດປຸງອາຫານ ຂື້ນ 10% ຕໍ່ແກ້ວ, ແຟບຊັກເຄື່ອງ ຂື້ນ 10% ຕໍ່ຖົງ, ເຄື່ອງດື່ມຊູກຳລັງ ຂື້ນ 10 ບາດຕໍ່ລັງ, ນໍ້າພິກເຜົາ ຂື້ນ 15 ບາດຕໍ່500ກຼາມ, ນໍ້າປາແດຼກ ຂື້ນ 2 ບາດຕໍ່ຕຸກ, ລ້ອນ ຂື້ນ 1-2 ບາດ, ກະປິ ຂື້ນ 3 ບາດຕໍ່ກະປຸກໃຫຍ່, ນ້ຳມັນພຶດ ຂື້ນ 3 ບາດ

ນອກຈາກນີ້ຍັງມີ: ອາຫານກະປ໋ອງ, ນົມ ແລະ ຜະລິດຕະພັນຈາກນົມ, ເຄື່ອງໃຊ້ໄຟຟ້າ, ປຸ໋ຍ, ຢາຂ້າແມງໄມ້, ອາຫານສັດ, ປູນ, ຊີມັງ, ເຫຼັກ, ເຈ້ຍ, ຢາປົ່ວພະຍາດ ແລະຜະລິດຕະພັນອື່ນໆອີກທີ່ຈະມີການເພີ່ມລາຄາຂຶ້ນ.

ສ່ວນລາຄານໍ້າມັນພືດແພງທີ່ແພງຂຶ້ນຫຼາຍກວ່າສິນຄ້າຊະນິດອື່ນ ເນື່ອງຈາກປະເທດອິນໂດເນເຊຍເປັນປະເທດສົ່ງອອກປຼາມຫຼາຍທີ່ສຸດໃນໂລກ ແລະ ເດຶອນທີ່ຜ່ານມາ ອິນໂດກໍປະກາດຢຸດການສົ່ງອອກເພື່ອບໍ່ໃຫ້ລາຄານຳມັນພືດສູງເກີນໄປພາຍໃນປະເທດ ຈຶ່ງສົ່ງຜົນໃຫ້ລາຄານໍ້າພືດທົ່ວໂລກແພງຂື້ນ.

ແຫຼ່ງຂ່າວ: 10 STORY ເລື່ອງເລົ່າຂອງ 10

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...