Homeຂ່າວພາຍ​ໃນ3 ວິກິການ ເກີດຂຶ້ນຍ້ອນຄວາມຂັດແຍ່ງ ລະຫວ່າງ ຣັດເຊຍ-ຢູເຄຣນ

3 ວິກິການ ເກີດຂຶ້ນຍ້ອນຄວາມຂັດແຍ່ງ ລະຫວ່າງ ຣັດເຊຍ-ຢູເຄຣນ

Published on

ອີງຕາມການລາຍງານຂ່າວ CRI : ໃນວັນທີ 1 ພຶດສະພານີ້ ທ່ານອັນໂຕນິໂອ ກູເຕີເຣັສ, ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວຢູ່ນະຄອນຫຼວງດາກາຂອງ ເຊເນການ ວ່າ: ການປະທະກັນລະຫວ່າງຣັດເຊຍ ແລະ ຢູເຄຣນເຮັດໃຫ້ ເກີດວິກິດການ 3 ດ້ານຄື: ສະບຽງອາຫານ, ພະລັງງານ ແລະ ການທະນາຄານຂອງທົ່ວທະວີບອາຟຣິກາຮ້າຍແຮງກວ່າເກົ່າ, ອາດຈະເຮັດໃຫ້ເຂດຈຳນວນໜຶ່ງຂອງທະວີບອາຟຣິກາບໍ່ມີສະຖຽນລະພາບດ້ານການເມືອງແລະມີຄວາມປັ່ນປ່ວນດ້ານສັງຄົມ.

ເພື່ອຮັບມືກັບວິກິດການດ້ານສະບຽງອາຫານຢູ່ອາຟຣິກາ, ຄວນຍົກເລີກຂໍ້ຈຳກັດທີ່ບໍ່ມີຄວາມຈຳເປັນທັງໝົດແລະຄວບຄຸມລາຄາສະບຽງອາຫານ, ຮັບປະກັນໃຫ້ສະບຽງອາຫານແລະພະລັງງານເຂົ້າສູ່ຕະຫຼາດຢ່າງໝັ້ນທ່ຽງ.

ສຳລັບ ທ່ານ ອັນໂຕນິໂອ ກູເຕີເຣັສໄດ້ເດີນທາງໄປຮອດເຊເນການແລະດຳເນີນການຢ້ຽມຢາມໃນວັນທີ 30 ເມສາແລ້ວນີ້, ຫຼັງຈາກນັ້ນທ່ານຈະເດີນທາງໄປຢ້ຽມຢາມນີເຊແລະນີເຊຣີ.

ຂໍ້ມູນ: CRI

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...