Homeຂ່າວຕ່າງປະເທດຍີ່ປຸ່ນ-ໄທ ລົງນາມການຖ່າຍໂອນອຸປະກອນ ແລະ ເຕັກໂນໂລຊີປ້ອງກັນປະເທດ

ຍີ່ປຸ່ນ-ໄທ ລົງນາມການຖ່າຍໂອນອຸປະກອນ ແລະ ເຕັກໂນໂລຊີປ້ອງກັນປະເທດ

Published on

ສຳນັກຂ່າວກຽວໂດ ລາຍງານວ່າ: ຍີ່ປຸ່ນ ແລະ ໄທ ໄດ້ລົງນາມຂໍ້ຕົກລົງວ່າດ້ວຍການຖ່າຍໂອນອຸປະກອນ ແລະ ເຕັກໂນໂລຊີປ້ອງກັນປະເທດ ໂດຍເປັນການກັຫັດກຸມການຮ່ວມມື ຄວາມໝັ້ນຄົງເພີ່ມຄວາມຮັກແພງສາມັກຄີໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໃນຊ່ວງເວລາທີ່ຈີນມີອິດທິພົນຫລາຍຂຶ້ນ ຢູ່ພາກພຶ້ນອິນໂດແປຊິຟິກ.

ທ່ານ ຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນ ເປີດເຜີຍໃນງານຖະແຫຼງຂ່າວຫຼັງພົບປະກັບ ທ່ານ ພົນເອກ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທວ່າ: “ຂໍ້ຕົກລົງນີ້ນັບວ່າເປັນຄວາມກ້າວໜ້າສຳຄັນ” ໃນການຮ່ວມມືດ້ານຄວາມໝັ້ນຄົງລະດັບທະວຶພາຄີ ໂດຍທັງສອງສອງປະເທດຈະຕັດສິນໃຈວ່າຈະຖ່າຍໂອນເລື່ອງໃດແດ່.

ທັງນີ້ຍີ່ປຸ່ນໄດ້ເດີນໜ້າໃຫ້ຄວາມສຳພັນກັບປະເທດໃນແຖບອາຊຽນຕາເວັນອອກສຽງໃຕ້ ເພື່ອສົ່ງເສີມວິໄສທັດໃນການສ້າງພູມມິພາກ ອິນໂດແປຊີຟິກທີ່ ເສລີ ແລະ ເປີດກວ້າງ ເພື່ອຮັບມືກັບອິດທິພົນຂອງຈີນທີ່ມີຫຼາຍຂຶ້ນເລື້ອຍໆ ໂດຍຍີ່ປຸ່ນໄດ້ບັນລຸຂໍ້ຕົກລົງໃນລັກສະນະດຽວກັນນິກັບບາງປະເທດໃນອາຊຽນຕາເວັນອອກສຽງໃຕ້ມາກ່ອນແລ້ວລວມທັງຟິລິປິນ ຫວຽດນາມ ມາເລເຊຍ ແລະ ອິນໂດເນເຊຍ.

ທີ່ມາ:ອິນໂຟເຄວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...