spot_img
Homeຂ່າວຕ່າງປະເທດລົດບັນທຸກນໍ້າມັນ 30 ຄັນ ລະເບີດໃນປາກີສະຖານ

ລົດບັນທຸກນໍ້າມັນ 30 ຄັນ ລະເບີດໃນປາກີສະຖານ

Published on

ອີງຕາມການລາຍງານ ຂ່າວສານຕ່າງປະເທດ ລາຍງານໃນວັນທີ 30 ເມສາ 2022 ທີ່ຜ່ານມາວ່າ: ໄດ້ເກີດລົດບັນທຸກນໍ້າມັນລະເບີດທັງໝົດ 30 ຄັນ ຢູ່ໃນເມືອງປັບບີ ເຂດນາວເຊລາ ທາງຕາເວັນອອກຂອງປະເທດປາກີສະຖານ ເຊິ່ງມີລົດບັນທຸກນ້ຳມັນ 70 ຄັນໄດ້ຮັບຄວາມເສຍຫາຍ ແລະ ສູນເສຍນ້ຳມັນຫຼາຍກວ່າ 2 ລ້ານລິດ.

ເຫດການດັ່ງກ່າວເກີດຂື້ນໃນລະຫວ່າງລົດບັນທຸກນໍ້າມັນກຳລັງຂົນຖ່າຍນໍ້າມັນທີ່ຄັງສາງນໍ້າມັນ ທີ່ມີລົດ 150 ຄັນທີ່ບັນທຸກນໍ້າມັນແອັດຊັງ, ກາຊວນ ບາງສ່ວນແມ່ນອົບພະຍົບທັນເວລາ ກູ້ໄພ້ສາມາດດັບໄຟໄດ້ໃນຊ່ວງຕອນເດິກ

ຈາກການລາຍງານຂອງຕຳຫຼວດບອກວ່າ: ໄຟໄດ້ມາຈາກລົດບັນທຸກນໍ້າມັນຄັນໜື່ງ ທີ່ຄາດວ່າມາຈາກໄຟຟ້າລັດວົງຈອນ ແລະ ໄດ້ໄໝ້ລາມໃສ່ລົດຄັນອື່ນ ສ່ວນສາເຫດນັ້ນກຳລັງຢູ່ໃນຂັ້ນຕອນການສືບສວນ

ຂໍ້ມູນ:ຂ່າວສານຕ່າງປະເທດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...