spot_img
Homeຂ່າວເຫດການອຸປະທູດຢູເຄຣນ ປະຈໍາລາວ ຖະແຫຼງ ກ່ຽວກັບສະພາບໃນປະເທດ ຕໍ່ສື່ມວນຊົນລາວ

ອຸປະທູດຢູເຄຣນ ປະຈໍາລາວ ຖະແຫຼງ ກ່ຽວກັບສະພາບໃນປະເທດ ຕໍ່ສື່ມວນຊົນລາວ

Published on

ທ່ານ ໂອເລັກຊານ ລີຊາກ (Oleksanrd Lysak) ອຸປະທູດ ສະຖານທູດຢູເຄຣນປະຈຳປະເທດໄທ ແລະ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ລາຊະອານາຈັກໄທ ໄດ້ຖະແຫຼງກ່ຽວກັບສະພາບການໃນປະເທດ ໃນວັນທີ 29 ເມສາ 2022 ນີ້ ໃຫ້ສື່ມວນຊົນລາວຮັບ ຊາບ ຜ່ານລະບົບທາງໄກ ໂດຍມີທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາລາວ ແລະ ທ່ານນາງ ອີນາ ມາຈູລີໂອນີແຕ ເອກອັກຄະລັດຖະທູດຂອງສະຫະພາບເອີຣົບປະຈໍາລາວ, ພ້ອມດ້ວຍ ສື່ມວນຊົນລາວຈາກຫລາຍພາກສ່ວນເຂົ້າຮ່ວມ.

ທ່ານອຸປະທູດຢູເຄຣນໄດ້ກ່າວວ່າ: ເປັນເວລາຫລາຍກວ່າສອງເດືອນແລ້ວ ທີ່ມີການຕໍ່ສູ້ ທາງການທະຫານລະຫວ່າງ ຢູເຄຣນ ແລະ ຣັດເຊຍ. ນັບແຕ່ເລີ່ມມີການຕໍ່ສູ້ເປັນຕົ້ນມາ ເກືອບ 50% ຂອງວິສາຫະກິດອູແກຣນ ແມ່ນໄດ້ເຮັດວຽກພຽງບາງສ່ວນເທົ່ານັ້ນ ແລະ 9% ໄດ້ຢຸດສະງັກລົງ, ພື້ນຖານໂຄງລ່າງ ເປັນຕົ້ນ ຖະໜົນຫົນທາງ, ຂົວ ຈໍານວນຫລາຍແຫ່ງຖືກທໍາລາຍ. ລັດຖະບານຢູເຄຣນຄາດຄະເນວ່າ ຄວາມເສຍຫາຍດ້ານພື້ນຖານໂຄງລ່າງ ແລະ ເສດຖະກິດ ອູແກຣນ ທັງໝົດຈະມີຫລາຍກວ່າ 1 ຕື້ໂດລາສະຫະລັດໃນຊຸມປີ ຕໍ່ໜ້າ.

ພ້ອມນີ້, ທ່ານ ປີເຕີ ເຮມ໋ອນ ເອກ ອັກຄະລັດຖະທູດ ສະຫະລັດອາເມລິກາປະຈໍາລາວ ໄດ້ມີຄໍາເຫັນວ່າ: ການຕໍ່ສູ້ທາງທະຫານໃນປະເທດຢູເຄຣນ ໄດ້ສົ່ງຜົນກະທົບຕໍ່ລະບົບເສດຖະກິດຢູ່ຫລາຍຂົງເຂດໃນໂລກ ຍ້ອນບັນຫາການຂາດແຄນພະລັງງານ ໂດຍສະ ເພາະນໍ້າມັນ, ແກັສ, ບັນຫາເງິນເຟີ້ ແລະ ຄ່າຄອງຊີບຕ່າງໆແມ່ນສູງຂຶ້ນ.

ທ່ານນາງ ອີນາ ມາຈູລີໂອນີແຕ ເອກອັກຄະລັດຖະທູດຂອງສະຫະພາບເອີຣົບປະຈໍາລາວ ກ່າວວ່າ: ສະຫະພາບເອີຣົບ ໄດ້ຮັບເອົາຜູ້ອົບພະຍົບຈາກຢູເຄຣນ ເປັນຈໍານວນຫລາຍ ແລະ ປັດຈຸບັນ ພວມມີການລະດົມ ການຊ່ວຍເຫລືອດ້ານມະນຸດສະທໍາເປັນຕົ້ນ ອາຫານ, ຢາປົວພະຍາດ ແລະ ອື່ນໆ ເພື່ອສາມາດຮັບປະກັນ ຄວາມປອດໄພ ແລະ ໃຫ້ພວກເຂົາຜ່ານພົ້ນເຫດການນີ້ໄປໄດ້ໂດຍໄວ.

ຢ່າງໃດກໍຕາມ, ບັນຫາຕ່າງໆເຫລົ່ານີ້ ຈະຫລຸດຜ່ອນລົງໄດ້ ກໍເມື່ອການຕໍ່ສູ້ກັນໃນຢູເຄຣນຢຸດຕິລົງໂດຍໄວ. ຂະນະດຽວກັນ ສະຫະລັດອາເມລິກາ ຈະເພີ່ມ ທະວີການເຮັດວຽກຮ່ວມກັບບັນດາປະເທດອື່ນໆ ເພື່ອຫາວິທີການຮັບມືການຂາດແຄນດ້ານພະລັງງານດ້ວຍການ ເພີ່ມກໍາລັງການຜະລິດພະລັງງານຕ່າງໆໃຫ້ຫລາຍຂຶ້ນ.

ທີ່ມາ:ຂປລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...