spot_img
Homeຂ່າວຕ່າງປະເທດຜູ້​ວ່າການ ທະນາຄານ​ກາງ ສີ​ລັງກາ ປະກາດ​ການ​ໂຈະ​ໜີ້​ສິນຕ່າງປະເທດ

ຜູ້​ວ່າການ ທະນາຄານ​ກາງ ສີ​ລັງກາ ປະກາດ​ການ​ໂຈະ​ໜີ້​ສິນຕ່າງປະເທດ

Published on

ໃນວັນ​ທີ 26​ ເມສາ​ນີ້ ລັດຖະບານ ສີ​ລັງກາ ​ເລີ່​ມການເຈລະຈາ​ກັບ​ ຈີນ ແລ້ວຫຼັງຈາກ ສີລັງກາ ພະເຊີນກັບວິກິດເສດຖະກິດທີ່ໂຫດຮ້າຍໃນຮອບ 74 ປີ ​ເພື່ອ​ຂໍປັບ​ໂຄງ​ສ້າງໜີ້​ສິນຂະໜາດ​ໃຫຍ່ ທ່າມກາງ​ວິ​ກິດ ​ເສດຖະກິດ ​ພາຍ​ໃນ​ປະ​ເທດ ​ເນື່ອງ​ຈາກ ຈີນ​ ເປັນ​ປະ​ເທດ ອະນຸມັດ​ ສິນ​ເຊື່ອ ​ແຫ່ງ​ໃຫຍ່ສຸດ​ ຂອງສີ​ລັງກາ ຄິດ​ເປັນ​ວົງ​ເງິນສະ​ສົມ​ ຢ່າງ​ໜ້ອຍ 3,5 ຕື້​ໂດ​ລາ ​ສະຫະລັດ.

ຫຼ້າສຸດ ທ່ານ Nandalal Weerasingh ຜູ້​ວ່າການ ທະນາຄານ​ກາງ ສີ​ລັງກາ ປະກາດ​ການ​ໂຈະ​ໜີ້​ສິນ ຕ່າງປະ​ເທດ ​ທັງ​ໝົດ 4 ຕື້​​ໂດ​ລາ​ ສະຫະລັດ ພາຍ​ໃນ​ປີ​ນີ້ ​ໂດຍ​ຈຳນວນ​ນີ້ລວມທັງ ​ພັນທະບັດ​ອີກ 1 ຕື້​ໂດ​ລາ​ ສະຫະລັດ ທີ່​ມີ​ກຳນົດຈ່າຍ​ໜີ້​ໃນ​ເດືອນ ກໍລະກົດ​ປີ​ນີ້.

ຂໍ້ມູນ: ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...