Homeຂ່າວຕ່າງປະເທດເລຂາຍູເອັນເດີນທາງຢ້ຽມມົດສະກູ ປະທານາທິບໍດີຣັດເຊຍຕົກລົງອົບພະຍົບຄົນອອກຈາກມາຣິອູປໍ

ເລຂາຍູເອັນເດີນທາງຢ້ຽມມົດສະກູ ປະທານາທິບໍດີຣັດເຊຍຕົກລົງອົບພະຍົບຄົນອອກຈາກມາຣິອູປໍ

Published on

ເລຂາທິການສະຫະປະຊາຊາດເດີນທາງໄປ້ມືອງມົດສະກູ ແລະ ມີການຫາລືກັບປະທານາທິບໍດີ ປູຕິນ ໂດຍເຫັນດີຕົກລົງອົບພະຍົບພົນລະເມືອງອອກຈາກມາຣິອູປໍ

ປະທານາທິບໍດີ ປູຕິນ ກ່າວວ່າ: ການລົງນາມຮັບປະກັນວ່າດ້ວຍຄວາມໝັ້ງຄົງ ຈະບໍ່ເກີດຂຶ້ນຈົນກວ່າປັນຫາດຶນແດນ ໃນຄາບສະມຸດໄຄເມຍ ເມືອງເຊວາສໂທຟໍ ຈະຖືກແກ້ໄຂ ເຊິ່ງຂະນະນີ້ທັງສອງຝ່າຍກຳລັງຫາລືຮ່ວມກັນທາງອອນລາຍຢ່າງຕໍ່ເນື່ອງ.

ສຳລັບການຫາລືໃນຄັ້ງນີ້ມຸ້ງເນັ້ນໄປທີ່ສະຖານະການຄວາມຂັດແຍ່ງ ໃນເມືອງມາຣິອູປໍ ເຊິ່ງເປັນທ່າເມືອງທີ່ສຳຄັນທາງຕອນໃຕ້ຂອງຢູເຄຣນ ທີ່ເວລານີ້ກຳລັງຖືກກອງທັບຣັດເຊຍປິດລ້ອມມາເປັນເວລາຫຼາຍອາທິດ.

ທັງນີ້ຜູ້ນໍາຣັດເຊຍໄດ້ບອກໃຫ້ກອງທັບຢູເຄນປ່ອຍພົນລະເຮືອນອອກມາຈາກໂຮງງານເຫຼັກທີ່ອ້າງວ່າມີພົນລະເຮືອນຢູ່ໃນນັ້ນ ບໍ່ເຊັ່ນນັ້ນຈະຖືວ່າກອງທັບຢູເຄຣນກະທຳຕົວຄືຜູ້ກໍ່ການຮ້າຍໃນຫຼາຍປະເທດທົ່ວໂລກເຊັ່ນ: ກຸ່ມລັດອິດສະລາມ (ISIS) ໃນຊີເຣຍທີ່ເຊື່ອງຕົວຢູ່ເບື້ອງຫຼັງພົນລະເມືອງ.

ພາຍຫຼັງການຫາລືດັ່ງກ່າວ ທາງ ທ່ານ ສະເຕຟານ ດູຈານຣິກ ໂຄສົກສະຫະປະຊາຊາດ ກ່າວວ່າ: ປະທານາທິບໍດີ ປູຕິນ ໄດ້ເຫັນດີໃນຫຼັກການຂອງສະຫະປະຊາຊາດ ໃນການອົບພະຍົບພົນລະເຮືອນອອກຈາກໂຮງງານທີ່ຖືກປິດລ້ອມ, ໂດຍການກາລືເພີ່ມເຕີມຈະຈັດຂຶ້ນຮ່ວມກັບສຳນັກງານເພື່ອການປະສານງານ ແລະ ກະຊວງປ້ອງກັນປະເທດຂອງຣັດເຊຍຕໍ່ໄປ.

ໃນຂະນະທີ່ສະຖານະການເມືອງ ມາລີອູປອລ ກະຊວງການຕ່າງປະເທດຢູເຄຣນ ເຜີຍແຜ່ພາບຂອງທະຫານທີ່ໄດ້ຮັບບາດເຈັບ ແລະ ມີທະຫານຢູເຄນກວ່າ 500 ຄົນກຳລັງຖ້າໃຫ້ການຊ່ວຍເຫຼືອທາງການແພດຢ່າງຮີບດ່ວນໃນໂຮງງານເຫຼັກ ອາຊອບສະຕໍ ຫຼັງຖືດສະກັດການຊ່ວຍເຫຼືດດ້ານມະນຸດສະທຳ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...