spot_img
Homeຂ່າວພາຍ​ໃນລາວ ຈະກໍາຈັດພະຍາດໄຂ້ມາລາເຣຍໃຫ້ໝົດໄປພາຍໃນປີ 2030

ລາວ ຈະກໍາຈັດພະຍາດໄຂ້ມາລາເຣຍໃຫ້ໝົດໄປພາຍໃນປີ 2030

Published on

ສປປ ລາວ ຈະກໍາຈັດພະຍາດໄຂ້ມາລາເຣຍໃຫ້ໝົດໄປພາຍໃນປີ 2030 ລາວເຮົາ ຍັງມີການຕິດເຊື້ອພະຍາດໄຂ້ມາລາເຣຍຈຳນວນຫລາຍສົມຄວນໃນແຕ່ລະປີ ສະແດງອອກ: ໃນປີ 2019 ມີຄົນຕິດເຊື້ອ ຈໍານວນ 6.692 ຄົນ, ປີ 2020 ຈໍານວນ 3.537 ຄົນ ແລະ ປີ 2021 ຈໍານວນ 3.926 ຄົນ.

ດຣ ຣັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫລງຂ່າວຕໍ່ສື່ມວນຊົນເນື່ອງໃນໂອກາດວັນມາລາເຣຍໂລກວັນທີ 25 ເມສານີ້ ທີ່ນະຄອນຫລວງວຽງຈັນ. ທ່ານໃຫ້ຮູ້ຕື່ມວ່າ: ພວກເຮົາຕ້ອງກໍາຈັດເຊື້ອປະລັດໂມດິອອມ ຟານຊີປາຣອມ ໃຫ້ໝົດໄປ ຍ້ອນວ່າເຊື້ອຊະນິດນີ້ມີຄວາມຮຸນແຮງສາມາດຂື້ນສະໜອງເຮັດໃຫ້ຄົນເຈັບເສຍຊີວິດໄດ້ແລະໄພຂົ່ມຂູ່ອີກຢ່າງໜຶ່ງ ກໍ່ຄື ເຊື້ອດັ່ງກ່າວແມ່ນຕ້ານຕໍ່ຢາປິ່ນປົວ.

ສຳລັບພະຍາດດັ່ງກ່າວເກີດຈາກຍຸງກົ້ນຊີ້ເປັນຕົວນຳເຊື້ອ. ເມື່ອຍຸງກົ້ນຊີ້ຕິດເຊື້ອແລ້ວໄປກັດຄົນອື່ນຈະເຮັດໃຫ້ຄົນນັ້ນຕິດເຊື້ອໄດ້ທັນທີ. ຊະນິດເຊື້ອທີ່ຄົ້ນພົບສວ່ນຫຼາຍແມ່ນຊະນິດປະລັດສະໂມດິອອມຟານຊີປາຣອມແລະປະລັດສະໂມດິອອມວິວັກໃນຊັສ່ວນ51/49(51Pv/49Pf).

ດັ່ງນັ້ນ, ຕ້ອງໄດ້ກຳຈັດເຊື້ອຊະນິດນີ້ ແລະ ເພື່ອກຳຈັດເຊື້ອປະລັດໂມດິອອມ ຟານຊີປາຣອມໃຫ້ລົງສູນ ນອກຈາກຍຸດທະສາດການຈັດຕັ້ງປະຕິບັດປົກກະຕິແລ້ວລັດຖະບານໄດ້ສ້າງຍຸດທະສາດຈູ່ໂຈມແບບເລັ່ງລັດ ປົກກະຕິລັດຖະບານໄດ້ມີຍຸດທະສາດໃນການກຳຈັດມາລາເຣຍພາກປົກກະຕິຢູ່ແລ້ວ ໂດຍເນັ້ນໃສ່ການກວດ, ການປີ່ນປົວໂດຍເນັ້ນໃສ່ຜູ້ທີ່ຕິດເຊື້ອເຂົ້າມາປີ່ນປົວໃນສະຖານທີ່ບໍລິການຕ່າງໆ ຫຼື ໄປບໍລິການນຳ ອສບ ບ້ານ. ປັດຈຸບັນນີ້ ລັດຖະບານ ໄດ້ໃຊ້ຍຸດທະສາດເພີ່ມເຕີມເອີ້ນວ່າຍຸດທະສາດຈູ່ໂຈມແບບເລັ່ງລັດເພື່ອໃຫ້ປະຊາຊົນໄດ້ກິນຢາປີ່ນປົວທັງໝົດໂດຍບໍ່ສົນໃຈວ່າຕິດເຊື້ອ ຫຼື ບໍ່ຕິດເຊື້ອຖ້າວ່າແມ່ນຢູ່ໃນກຸ່ມເປົ້າໝາຍ.

ພັກ-ລັກຖະບານ ມີຄວາມເປັນຫ່ວງເປັນໄຍ ຖ້າວ່າຢູ່ໃນພື້ນທີ່ໃດມີການຕິດເຊື້ອແລ້ວຖືວ່າພື້ນທີ່ນັ້ນເປັນແຫຼ່ງຕິດເຊື້ອ ຊຶ່ງປະຊາຊົນຈະມີການເຈັບປ່ວຍຢູ່ຕະຫຼອດ. ສະນັ້ນ, ຍຸດທະສາດໃໝ່ນີ້ແມ່ນຈະມີການກິນຢາທົ່ວປວງຊົນ ໝາຍເຖິງການປິ່ນປົວຜູ້ຕິດເຊື້ອແລະຜູ້ບໍ່ຕິດເຊື້ອ ເພື່ອເປັນການດັບສູນແຫຼ່ງເພາະເຊື້ອໃນຮ່າງກາຍຄົນ, ຫຼັງຈາກປະຊາຊົນໄດ້ກິນຢາປິ່ນປົວທົ່ວປວງຊົນໄປແລ້ວທັງ 2ຮອບ ເພື່ອດັບສູນແຫຼ່ງສົ່ງເຊື້ອຢູ່ໃນບ້ານແລ້ວ ແຕ່ຍັງມີແຫຼ່ງສົ່ງເຊື້ອຢູ່ໃນປ່າ ຊື່ງປະຊາຊົນໄປທຳມາຫາກິນໂອກາດທີ່ປະຊາຊົນຈະນຳເຊື້ອກັບຄືນມາບ້ານແມ່ນມີໂອກາດສູງ ສະນັ້ນຜູ້ໃດກໍ່ຕາມຈະໄປທຳມາຫາກິນໄປເຮັດການຜະລິດຢູ່ປ່າໄດ້ມີການນອນຄ້າງຄືນແມ່ນສ່ຽງສູງສຳຫຼັບການສຳພັດກັບເຊື້ອໃໝ່ສະນັ້ນທຸກຄົນຕ້ອງໄດ້ກິນຢາປີ່ນປົວປ້ອງກັນການຕິດເຊື້ອຈາກການສຳພັດເອົາເຊື້ອຢູ່ໃນປ່າ.

ດຣ ຣັດຕະນະໄຊ ເພັດສຸວັນ ກ່າວຢໍ້າວ່າ: ຖ້າທ່ານຫາກຢູ່ໃນບ້ານເປົ້າໝາຍທີ່ຈະຕ້ອງໄດ້ກໍາຈັດພະຍາດນີ້ທ່ານຄືບຸກຄົນສໍາຄັນທີ່ຈະປະກອບສ່ວນໃນການປະຕິບັດພາລະກິດນີ້ໃຫ້ສໍາເລັດຜົນ. ທ່ານຍັງເປັນບຸກຄົນທີ່ຊ່ວຍກໍາຈັດແລະຕີຖອຍການສົ່ງເຊື້ອພະຍາດໄຂ້ມາລາເຣຍພາຍໃນບ້ານ,ໃນຊຸມຊົນແລະເມືອງຂອງທ່ານຢ່າງຕັ້ງໜ້າ. ການປະກອບສວ່ນຂອງທ່ານຄັ້ງນີ້ຈະເປັນແຮງຍູ້ອັນສໍາຄັນໃນການລົບລ້າງພະຍາດໄຂ້ມາເຣຍຂອງປະເທດເຮົາ. ສະນັ້ນ, ເມື່ອທິມງານວິຊາການໄປເຖິງບ້ານທ່ານຂໍໃຫ້ທຸກຄົນພ້ອມໃຈເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຮ່ວມມືຮອບດ້ານເພື່ອບັນລຸເປົ້າໝາຍອັນສໍາຄັນນີ້. ສ່ວນຄວາມຄາດຫວັງໃນການປົກຄຸມຂອງການບໍລິການເພື່ອຮັບປະ ກັນວ່າຍຸດທະສາດມັນໄດ້ຮັບຜົນແນ່ນອນແມ່ນການເຮັດໃຫ້ອັດຕາການປົກຄຸມຕໍ່າສຸດປະມານ 85% ສູງສຸດກໍ່ຢາກໄດ້ 100% ເພື່ອປະຊາຊົນເຄື່ອນຍ້າຍສ່ວນໜື່ງແມ່ນປະຊາຊົນກິນຢາບໍ່ຖືກທິດທາງ ຫຼືວ່າ ປະຊາຊົນກຸ່ມໜຶ່ງຢູ່ໃນຂໍ້ຫ້າມຂອງການກິນຢາ ຫຼື ກິນຢາບໍ່ໄດ້ ດັ່ງນັ້ນເຮົາເຖິງຕັ້ງໄວ້ຢູ່ຕໍ່າສຸດ 85%.

ສໍາລັບອັດຕາການຕິດ ເຊື້ອພະຍາດໄຂ້ມາລາເຣຍທີ່ພົບເຫັນຫລາຍກວ່າໝູ່ ແມ່ນຢູ່ບາງເຂດຂອງບາງແຂວງພາກໃຕ້ ເຊີ່ງລັດຖະບານວາງຄາດໝາຍກໍາຈັດພະຍາດນີ້ໃຫ້ໝົດໄປພາຍໃນປີ 2030.

ແຫຼ່ງຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...