spot_img
Homeຂ່າວທ້ອງຖິ່ນບ້ານນໍ້າໂມ້ ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ຮັບເສັ້ນທາງເບຕົງຈາກ ບໍລິສັດ ພູເບ້ຍ ມາຍນິ້ງ.

ບ້ານນໍ້າໂມ້ ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ຮັບເສັ້ນທາງເບຕົງຈາກ ບໍລິສັດ ພູເບ້ຍ ມາຍນິ້ງ.

Published on

ພາຍໃຕ້ໂຄງການຊ່ວຍເຫຼືອຂອງ ບໍລິສັດ ພູເບ້ຍ ມາຍນິ້ງ ເຊິ່ງເສັ້ນທາງນີ້ໄດ້ຊ່ວຍໃຫ້ປະຊາຊົນເດີນທາງໄປ-ມາໄດ້ສະດວກສະບາຍກວ່າເມື່ອກ່ອນ ທັງອໍານວຍຄວາມສະດວກແກ່ການພັດທະນາເສດຖະກິດ-ສັງຄົມຂອງບ້ານ ກໍຄື ການສ້າງເສດຖະກິດຂອງປະຊາຊົນໃຫ້ດີຂຶ້ນເລື້ອຍໆ ມີສ່ວນເຮັດໃຫ້ຄອບຄົວທຸກຍາກພາຍໃນບ້ານຫຼຸດລົງເຫຼືອພຽງ 6 ຄອບຄົວ ໃນປັດຈຸບັນ.

ພິທີມອບ-ຮັບເສັ້ນທາງເບຕົງດັ່ງກ່າວ ໄດ້ຈັດຂຶ້ນໃນທ້າຍເດືອນຜ່ານມາ ທີ່ໂຮງຮຽນມັດທະຍົມສົມບູນ ບ້ານນໍ້າໂມ້ ໂດຍມີ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ກ່າວຮັບ ແລະ ກ່າວເປີດການນຳໃຊ້, ມີ ທ່ານ ເຫວິນ ຟູຫວາງ ອຳນວຍການ ບໍລິສັດ ພູເບ້ຍ ມາຍນິ້ງ ເປັນຜູ້ກ່າວມອບ ເຊິ່ງມີ ທ່ານ ຈັນເພັງ ບຸນນະຜົນ ປະທານ ບໍລິສັດ ພູເບ້ຍ ມາຍນິ້ງ, ທ່ານຮອງລັດຖະມົນຕີ ປະຈໍາ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ບັນດາທ່ານຮອງລັດຖະມົນຕີ ຈາກກະຊວງທີ່ກ່ຽວຂ້ອງ, ອຳນາດການປົກຄອງແຂວງ-ເມືອງ-ບ້ານ ແລະ ປະຊາຊົນອ້ອມຂ້າງ ເຂົ້າຮ່ວມ.
ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...