spot_img
Homeຂ່າວພາຍ​ໃນປກສ ເມືອງປາກງຶ່ມ ໄລ່ສະກັດຈັບເປົ້າຫມາຍຢາເສບຕິດ.

ປກສ ເມືອງປາກງຶ່ມ ໄລ່ສະກັດຈັບເປົ້າຫມາຍຢາເສບຕິດ.

Published on

ອີງຕາມການລາຍງານຂອງ ໜັງສືພິມຄວາມສະຫງົບ ໃຫ້ຮູ້ວ່າ: ເວລາປະມານ18:00 ໂມງ ຂອງວັນທີ 22 ເມສາ 2022 ສນ 1191 ສົມທົບກອງວິຊາສະເພາະ ປກສ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໄດ້ອອກເຄື່ອນໄຫວວຽກງານສາມາດຈັບເປົ້າຫມາຍຄ້າຂາຍຢາເສບຕິດ 1 ຄົນ ພ້ອມປືນສັ້ນ 1 ກະບອກ.

ເຈົ້າຫນ້າທີ່ ປກສ ເມືອງປາກງື່ມ ໃຫ້ຂໍ້ມູນວ່າ : ໃນເວລາປະຕິບັດຫນ້າທີ່ຢູ່ນັ້ນພົບເຫັນລົດເປົ້າໜາຍສົງໄສປະເພດລົດຕູ້ສະຕາເເລັກສີປອນຜ່ານຂົວສີທອງບ້ານໄຮ່ ໜາຍເລກທະບຽນ ກຣ 6996 ກໍາແພງນະຄອນ ກຳລັງມຸ້ງໜ້າເຂົ້າ ນະຄອນນຫລວງວຽງຈັນ, ຫຼັງຈາກນັ້ນ ກຳລັງ ປກສ ໄດ້ສົ່ງສັນຍານໃຫ້ຢຸດຈອດແຕ່ຄົນຂັບລົດບໍໃດ້ໃຫ້ຄວມຮ່ວມມືເລັ່ງລົດໜີຈຶ່ງໄດ້ໄລ່ນໍາໄປທັນຢູ່ເຂດບ້ານດອນໄຮ່ ເມືອງປາກງື່ມ ເຈົ້າຫນ້າທີ່ຈຶ່ງຄວບຄຸມຕົວຜູ້ຂັບລົດ.

ຜ່ານການສືບສວນຂອງເຈົ້າໜ້າທີ່, ຜູ້ກ່ຽວແມ່ນ ຊື່ ທ້າວ ບຸນທະວີ ຫລື ມືດ ອາຍຸ 40 ປີ, ຢູ່ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນ ພ້ອມຂອງກາງ ຢາບ້າຈໍານວນ 4 ຖົງ ມີ 788 ເມັດ, ມີເງິນ 9.000.000 ກີບກັບອີກ 2.700 ບາດ ປືນສັ້ນຍີ່ຫໍ້ໂຊໂລກີ້ 1 ກະບອກ ພ້ອມລູກປືນ 12 ລູກ ຊຸກເຊື່ອງໄວ້ໃນລົດ, ໂດຍທີ່ຜ່ານມາຜູ້ກ່ຽວຢາເສບຕິດ ຖືກຈໍາຄຸກ 5 ປີ ຢູ່ເມືອງໄຊທານີ ພົ້ນໂທດປີ 2020.

ທີ່ມາ: ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...